ໃນໂອກາດທີ່ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມກອງປະຊຸມສາມັນຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XIV ເມື່ອວັນທີ 15 ມີນາ 2023 ນີ້ ສະຫາຍ ໄດ້ມີຄຳໂອ້ລົມໂດຍໄດ້ເນັ້ນ 4 ເນື້ອໃນທີ່ສຳຄັນຄື: 1) ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ສືບຕໍ່ຊີ້ນຳ-ນຳພາ ວຽກງານການເມືອງ-ແນວຄິດ ສະມາຊິກແມ່ຍິງ; 2) ອອກແຮງຜັນຂະຫຍາຍມະຕິສຳຄັນຕ່າງໆທີ່ກ່ຽວຂ້ອງໂດຍຫັນປ່ຽນໃໝ່ ຕໍ່ວຽກງານແນວໂຮມ, ເຕົ້າໂຮມຄວາມສາມັກຄີປອງດອງໃຫ້ມີຄຸນນະພາບ ຖືກກັບແນວທາງ, ຝຶກຝົນຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ຄຸນສົມບັດ ແລະ ເຕັກໂນໂລຢີໃໝ່; ຂຸດຄົ້ນທ່າແຮງທີ່ມີເພື່ອສຶບຕໍ່ຂະຫຍາຍ ແລະ ປັບປຸງການຄຸ້ມຄອງໃຫ້ດີ ໂດຍສະເພາະກອງທຶນ, ປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ຕິດພັນກັບຂະບວນການຕ່າງໆຂອງພັກ, ຂອງຊາດ ແລະ ອົງການຈັດຕັ້ງມະຫາຊົນ; 3) ພ້ອມກັນພັດທະນາການຈັດຕັ້ງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ, ພ້ອມກັນຕີຖອຍທຸກປະກົດການຫຍໍ້ທໍ້ໃນຕົນເອງ, ຄອບຄົວ, ກົມ, ບ້ານ ແລະ ສັງຄົມ; ໃຊ້ເວລາໃຫ້ເປັນປະໂຫຍດຖ້າມີເງື່ອນໄຂກໍ່ເພິ່ມພູນຜະລິດຜົນ ແລະ 4) ພ້ອມກັນຮັກສາວັດທະນະທຳອັນດີງາມຂອງຊາດລາວ ແລະ ຄຸນລັກສະນະຂອງແມ່ຍິງລາວ ດັ່ງຄະຕິຕອນໃຈກ່າວວ່າ: “ອ່ອນໂຍນ ແຕ່ບໍ່ອ່ອນແອ, ເຂັ້ມແຂງ ແຕ່ບໍ່ແມ່ນແຂງກະດ້າງ”.
