ໃນວັນທີ 14-15 ມີນາ 2021 ນີ້ ທ່ານ ນາງ ຈັນທະຈອນ ດວງສຸກ ຮອງປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງແບງ ແລະ ລົງພົບປະກັບປະຊາຊົນ 3 ບ້ານຄື: ບ້ານຫ້ວຍລາ, ບ້ານສາມກາງ ແລະ ບ້ານໂພໄຊ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມຂອງ 3 ບ້ານດັ່ງກ່າວ ໂດຍຫຍໍ້ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານມັກຄີປອງດອງ ຕິດພັນກັບວຽກງານກອງທຶນພັດທະນາບ້ານ.
ພ້ອມກັນນັ້ນ, ທ່ານຮອງປະທານແນວລາວສ້າງຊາດແຂວງ ໄດ້ໃຫ້ກຽດໂອ້ລົມຕື່ມວ່າ: ໃຫ້ອົງການປົກຄອງບ້ານ ຈ່ົງສຶບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການປັບປຸງ ແລະ ສ້າງກອງທືນພັດທະນາບ້ານ ເພື່ອເຮັດໃຫ້ເສດຖະກິດຄອບຄົວຂອງປະຊາຊົນ ພາຍໃນບ້ານດີຂື້ນ ແລະ ສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງໃນຕໍ່ໜ້າ. ໃນໂອກາດທີ່ ທ່ານໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ກໍໄດ້ມອບເງິນ ຈຳນວນໜື່ງໃຫ້ບ້ານໂພໄຊ ເພື່ອປະກອບສ່ວນໃຫ້ອົງການປົກຄອງບ້ານ ນຳໃຊ້ເຂົ້າໃນການກໍ່ສ້າງສະໂມສອນຂອງບ້ານຕື່ມອີກ.