ສູນກາງແນວລາວສ້າງຊາດ

Lao Front For National Development

ຮັບເງິນຊຸກຍູ້ ວຽກງານໂຄສະນາ 32ລ້ານກີບຈາກບໍລິສັດ ໄທເມດ ຈຳກັດ.

ຕອນບ່າຍວັນທີ 12 ພະຈິກ 2020 ນີ້ ທີ່ບໍລິສັດ ໄທເມດ ຈຳກັດ, ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຮັບເງິນອຸປະຖຳຊ່ວຍເຫຼືອ ຈາກບໍລິສັດ ໄທເມດ ຈຳກັດ ຈຳນວນ 32 ລ້ານກີບ, ຕາງໜ້າບໍລິສັດກ່າວມອບໂດຍ ທ່ານ ນາງ ເລີດມະນີ ລາຊຈຳພອນ ຜູ້ຈັດການຝ່າຍລາວ ຂອງບໍລິສັດ ໄທເມດ ຈຳກັດ, ກ່າວຮັບໂດຍທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ.

ເງິນອຸປະຖຳຈຳນວນດັ່ງກ່າວ ແມ່ນຈະນຳໄປໝູນໃຊ້ເຂົ້າໃນວຽກງານໂຄສະນາ ຂອງສູນກາງແນວລາວສ້າງຊາດ ເພື່ອໂຄສະນາຜົນງານການເຄື່ອນໄຫວຂອງຄະນະພັກ, ຄະນະປະຈໍາສູນກາງແນວລາວສ້າງຊາດ ກໍ່ຄືວຽກງານອື່ນໆ ໃນຂອບເຂດພາລະບົດບາດ. ພ້ອມກັນນີ້, ທ່ານ ນາງ ແພງພັນ ບຸບຜາພອນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ນາງ ເລີດມະນີ ລາຊຈຳພອນ ກໍຄືບໍລິສັດ ໄທເມດ ຈຳກັດ ທີ່ໄດ້ໃຫ້ການອຸປະຖຳຊ່ວຍເຫຼືອເງິນດັ່ງກ່າວ ໃຫ້ວຽກງານໂຄສະນາ ໂດຍສະເພາະຄະນະທີ່ປຶກສາວຽກງານໂຄສະນາ ຂອງສູນກາງແນວລາວສ້າງຊາດ.

 

info@lfnd.org.la | 021 213754 | (856-21) 453191