ສູນກາງແນວລາວສ້າງຊາດ

Lao Front For National Development

ເຂົ້າອວຍພອນ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ

ໃນວັນທີ 2 ກັນຍາ 2022 ນີ້, ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ເຂົ້າອວຍພອນ ທ່ານ ຫງວຽນບ່າຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ ສາ​ທາ​ລະ​ນະ​ລັດ ສັງຄົມນິຍົມ ຫວຽດ​ນາມ ຄົບ​ຮອ​ບ 77 ປີ ທີ່ສະຖານທູດຫວຽດນາມ ປະຈໍາ ລາວ.

ສອງຝ່າຍໄດ້ຍົກໃຫ້ເຫັນ ຜົນສຳເລັດແຫ່ງ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເປັນຕົ້ນແມ່ນການ ສ້າງສາພັດທະນາ ປະເທດຫວຽດນາມ ຕະຫຼອດໄລຍະ 77 ປີ ພາຍ​ໃຕ້​ການ​ນຳ​ພາ ​ອັນ​ສະຫຼາດ​ສ່ອງ​ໃສ ​ຂອງ​ພັກ​ກອມ​ມູນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ ​ໄດ້​ຜ່ານ​ຜ່າ​ຄວ​າມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫລາຍ​ປະ​ການ ແລະ ຍາດ​ໄດ້​​ໄຊ​ຊະ​ນະ​ ອັນ​ໃຫ​ຍ່ຫລວງ, ມີ​ຄວາມໝາຍ​ປະ​ຫວັດ​ສາດ, ບັນ​ດາ​ການຕໍ່ສູ້​ ຕ້ານ​ຜູ້​ຮຸກ​ຮານ ໄດ້ດໍາເນີນໄປຢ່າງມີໄຊ, ປະ​ຕິ​ບັດ​ພ​າ​ລະ​ກິດ ​ປ່ຽນ​ແປງ​ໃໝ່​ຢ່າງ​ມີຜົນສຳ​ເລັດ​,  ອັນຍິ່ງໃຫຍ່ຫລາຍຢ່າງ​ ແລະ ສຳ​ຄັນ​.

ທ່ານເອກອັກຄະລັດຖະທູດໄດ້ຕີລາຄາວ່າ: ​ໃນ​ຊຸມ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມສາ​ມັກ​ຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ-ລາວ ໄດ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ນັບ​ມື້​ນັບເລິກເຊິ່ງ ແລະ ກວ້າງ​ຂວາງ, ແທ​ດ​ເໝາະຕົວຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ນຳ​ເອົາ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ ແລະ ໃຫຍ່ຫລວງ​ ໃຫ້​ແກ່​ສອງ​ປະ​ເທດ. ພິ​ເສດ ແມ່ນ​ໃນ​ປີ 2022, ສອງ​ຝ່າຍໄດ້​ປະ​ສານ​ສົມ​ທົບ ​ຈັດ​ຕັ້ງພິ​ທີ​ໂຮມ​ຊຸມ​ນຸມ​ມິດ​​ຕິງ​ ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ​ການ​ທູດ​ຄົບ​ຮອບ 60 ປີ ແລະ ວັນ​ເຊັນ​ສົນ​ທິ​ສັນ​ຍາ ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ ຫວຽດ​ນາມ-ລາວ ຄົບ​ຮອບ 45 ປີ ຢູ່​ທີ່​ນະ​ຄອນຫລວງ​ ຂອງ​ສອງ​ປະ​ເທດ.

ພິ​ເສດສອງ​ປະ​ເທດ​ ຮ່ວມ​ກັນ​ຜ່ານ​ຜ່າ ຄວາມ​ຫຍຸ້ງ​ຍາກ ຫລາຍ​ຢ່າງ​ຍ້ອນ​ການ​ແຜ່ລະ​ບາດ ​ຂອງ​ພະ​ຍາດ​ໂຄ​ວິດ-19, ພັກ, ລັດຖະບານ​ລາວ ໄດ້​ມີຫລາຍ​ຮູບ​ແບບ​ ໃນ​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫລືອ, ໃນ​ນັ້ນ​ມີ​ການ​ສະ​ໜັບ​ສະ​ໜູນ​ຊັບສິນ, ວັດ​ຖຸ, ປະ​ກອບສ່ວນ​ເຂົ້າ ໃນ​ການ​ສະ​ກັດ​ກັ້ນ ​ກັບ​ພະ​ຍາດ​ ກໍ​ຄື​ພາລະ​ກິດ​ສ້າ​ງ​ສາ ແລະ ປົກ​ປັ​ກ​ຮັກ​ສາ​ ປະ​ເທ​ດ​ຊາດ​ ຂອງ​ສອງ​ປະ​ເທດ ​ໄດ້​​ຮັບຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ. ພັກ, ລັດ ແລະ ປະ​ຊາ​ຊົນ ​ຫວຽດ​ນາມ ​ຍາມ​ໃດ​ກໍ​ຢູ່​ຄຽງ​ຂ້າງ​ ກັບ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ, ​ຮ່ວມ​ແຮງ ຮ່ວມໃຈ, ຊ່ວຍ​ເຫລືອລາວ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເພີ່ມ​ພູນ​ຄຸນ​ສ້າງ​ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸ​ດ​ຢັ້ງ.

ບກ: ກົງແກ້ວ

ຂ່າວ+ພາບ: ສຸວັນລີ

info@lfnd.org.la | 021 213754 | (856-21) 453191