ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມເນື້ອໃນບົດບັນທຶກສອງກົມການເມືອງ ລາວ-ຫວຽດນາມ ປະຈໍາປີ 2021 ເຊິ່ງປະກອບມີເອກະສານສໍາຄັນຄື: ເນື້ອໃນຫຍໍ້ບົດບັນທຶກຂໍ້ຕົກລົງການພົບປະ ລະຫວ່າງ ກົມການເມືອງສູນກາງພັກ ສປປ ລາວ ແລະ ພັກກອມມູນິດຫວຽດນາມ ຄັ້ງທີ 5 ທັນວາ 2020; ບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ປະຈໍາປີ 2020 ແລະ ໄລຍະ 2016-2020; ບົດບັນທຶກກອງປະຊຸມຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊິ່ງໄດ້ຕີລາຄາສະພາບການ ແລະ ຜົນການຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງກົມການເມືອງຂອງສອງພັກໃນປີ 2020 ແລະ ໃນໄລຍະ 2016-2020, ທິດທາງແຜນການຮ່ວມມືລາວ-ຫວຽດນາມ ໃນປີ 2021 ແລະ ໃນຊຸມປີຕໍ່ໜ້າ.
ເປັນກຽດເຜີຍແຜ່ໂດຍທ່ານ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທ່ານ ຄໍາເຜີຍ ແກ້ວກິ່ນນາລີ ຮອງປະທານຜູ້ປະຈໍາການ ຄະນະກໍາມະການຮວ່ມມື ລາວ-ຫວຽດນາມ ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ ແລະ ສູນຝຶກອົບຮົມ ສນຊ; ຕະຫຼອດຮອດພະນັກງານບໍານານອາວຸໂສເຂົ້າຮ່ວມໃນວັນທີ 30 ມີນາ 2021.