ສູນກາງແນວລາວສ້າງຊາດ

Lao Front For National Development

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໂດຍການເປັນປະທານຂອງສະຫາຍ ໄທລໍ ຫວາເຊັ່ງ ເລຂາໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ມີບັນດາສະຫາຍສະມາຊິກພັກ ພະນັກງານ-ລັດຖະກອນ ພາຍໃນກົມເຂົ້າຮ່ວມ ໃນວັນທີ 22 ມິຖຸນາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ.

ໂດຍປະຕິບັດຕາມ ຄໍາສັ່ງ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 38/ຄລສພ ລົງວັນທີ 9 ມີນາ 2021 ວ່າດ້ວຍການຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຈ້ງການຂອງຄະນະພັກ ສນຊ ສະບັບເລກທີ 03/ຄພ ສນຊ, ລົງວັນທີ 15 ມິຖຸນາ 2021.

ກອງປະຊຸມຄັ້ງນີ້, ເພື່ອເປັນການເຊື່ອມຊຶມ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ຮັບຮູ້ເຂົ້າໃຈ, ກໍາແໜ້ນເນື້ອໃນຈິດໃຈຂອງມະຕິກອງປະຊຸມດັ່ງກ່າວ ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລີກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”.

 

ພ້ອມກັນນັ້ນ ໄດ້ຮັບຟັງ: ການຕີລາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ປະເມີນຜົນກວມລວມສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວສູ່ສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່; ການເລັ່ງທວງ ແລະ ທິດທາງພຶ້ນຖານ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ວຽກງານຈຸດສຸມ ທີ່ຕ້ອງໄດ້ເອົາໃຈໃສ່ກໍາແໜ້ນ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າສູ່ຕົວຈິງ; ຍົກລະດັບຄວາມສາມາດໃນການປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກຂອງສັງຄົມ; ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ ມີປະຊາທິປະໄຕ ສະເໝີພາບ ແລະ ຍຸຕິທໍາ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອໍານາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກໃນໄລຍະໃໝ່; ເດັດດ່ຽວແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ; ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານ ພະນັກງານ.

info@lfnd.org.la | 021 213754 | (856-21) 453191