ສູນກາງແນວລາວສ້າງຊາດ

Lao Front For National Development

ເນືີ່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ65ປີ

22 ມີນາ1955-22 ມີນາ 2020ນີ້, ໃນຕອນເຊົ້າ ຂອງ ວັນທີ 23ມີນາ 2020, ທີ່ສູນກາງແນວລາວສ້າງຊາດ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ເປັນກຽດສໍາພາດ ກ່ຽວກັບມູນເຊື້ອອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ຊີ່ງທ່ານ ຍົກໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວ ແມ່ນຜູ້ຈັດຕັ້ງນໍາພາທຸກໄຊຊະນະ ຂອງການປະຕິວັດລາວ ແມ່ນຜູ້ທີ່ໃດ້ນໍາພາປະຊາຊົນລາວບັນດາເຜົ່າຂຽນຫນ້າປະຫວັດສາດຍຸກ ໄຫມ່ອັນສະຫວ່າງສະໄຫວ ຂອງຊາດລາວເຮົາ,ສະນັ້ນ, ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສາລະເສີນຕໍ່ຄຸນງາມຄວາມດີຂອງພັກທີ່ໄດ້ນໍາເອົາຄວາມສຸກ-ຄວາມຈະເລີນຮຸ່ງເຮືອງ ແລະ ແສງສະຫວ່າງມາສູ່ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຖ້າບໍ່ມີເພີ່ນໃນມື້ນັ້ນ ກໍຈະບໍ່ມີພວກເຮົາດັ່ງທຸກວັນນີ້, ພ້ອມກັນນີ້ ທ່ານ ປະທານ ສູນກາງແນວລາວສ້າງຊາດກໍໄດ້ຍົກໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນໃນການຊີ້ນໍາ-ນໍາພາ ຂອງອົງຄະນະພັກສູນກາງແນວລາວສ້າງຊາດຕໍ່ກັບຂົງເຂດວຽກງານແນວລາວສ້າງຊາດ ໃນໄລຍະທີ່ຜ່ານມາ.

info@lfnd.org.la | 021 213754 | (856-21) 453191