ສູນກາງແນວລາວສ້າງຊາດ ຈັດກອງປະຊຸມເຜີຍແຜ່ເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະ ເທດປະຈໍາປີ 2020 ແລະ ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ, ໂດຍການເປັນປະທານ ແລະ ປາຖະກະຖາໂດຍທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ປະທານກວດກາພັກ-ລັດ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງ ສນຊ, ພະນັກງານຝຶກງານ ເຂົ້າຮ່ວມໃນວັນທີ 24 ມີນາ 2021 ນີ້.
ໃນພິທີ, ທ່ານ ນາງ ສີພະຈັນ ນັນທະວົງສາ ຫົວໜ້າກົມກວດກາ ສນຊ ໄດ້ລາຍງານການເຄື່ອນໄຫວວຽກງານກວດກາ 5ປີ (2016-2020) ແລະ ທິດທາງແຜນການປີ 2021, ພ້ອມກັນນີ້ໄດ້ຮັບຟັງກ່ຽວກັບມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ, ເຊິ່ງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວໃນດໍາລັດກົມການເມືອງ ສູນກາງພັກ ໄດ້ມີມະຕິຕົກລົງ ຮັບຮອງເອົາ ວັນທີ 16 ກຸມພາ 1982 ເປັນວັນສ້າງອົງການກວດກາ ພັກ-ລັດ ແຫ່ງ ສປປ ລາວ ຢ່າງເປັນທາງການ. ນັບແຕ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ III ປີ 1982 ເປັນຕົ້ນມາ ອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປັບປຸງໄປຕາມ ສະໄໝຂອງກອງປະຊຸມໃຫຍ່ຂອງພັກ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ໜ້າທີ່ການເມືອງແຕ່ລະໄລຍະ; ມາຮອດປັດຈຸບັນ ແມ່ນມີລະບົບກົງຈັກການຈັດຕັ້ງ, ມີພະນັກງານ ທີ່ເຮັດວຽກ ງານກວດກາ ຢູ່ທຸກກະຊວງ-ອົງການ, ທ້ອງຖິ່ນ ແລະ ຮາກຖານພັກ ທີ່ເປັນເສນາທິການ ໃນວຽກ ງານກວດກາພັກ – ລັດ ໃຫ້ແກ່ຄະນະພັກ, ຄະນະນໍາອົງການປົກຄອງແຕ່ລະຂັ້ນ. ຕະຫຼອດໄລຍະ ທີ່ຜ່ານມາອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຄວາມຮັບຜິດຊອບຢ່າງຕັ້ງໜ້າ ສາມາດຍາດໄດ້ຜົນງານຫຼາຍດ້ານ. ເປັນຕົ້ນການກວດກາ ການຈັດ ຕັ້ງພັກ-ສະມາຊິກພັກໃນການປະຕິບັດກົດລະບຽບຂອງພັກ, ການກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນໄດ້ດໍາເນີນການຕິດຕາມ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງອົງການລັດແຕ່ລະຂັ້ນ; ກວດກາການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ; ຕິດຕາມ, ກວດກາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ; ກວດກາ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນຂອງຊາດ, ກວດກາ ແລະ ສືບສວນ-ສອບສວນ ຜູ້ທີ່ມີພຶດ ຕິກຳສໍ້ລາດບັງຫຼວງ, ກວດກາຕາມຜົນຂອງການກວດສອບ ແລະ ຕິດຕາມ, ກວດກາໂຄງການ ລົງທຶນຂອງລັດ ເລີ່ມແຕ່ຫົວທີ, ຕິດຕາມ, ຊຸກຍູ້ການປະຕິບັດຜົນການກວດກາ ແລະ ຄົ້ນຄວ້າແກ້ ໄຂຄໍາຮ້ອງ, ຄຳສະເໜີ.