ສູນກາງແນວລາວສ້າງຊາດ

Lao Front For National Development

ເຜີຍແຜ່ຄໍາແນະນໍາກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ບາງຮີດຄອງປະເພນີ

ໂດຍປະຕິບັດຕາມ ຄໍາແນະນໍາ ສະບັບເລກທີ 047/ຄປຈ, ລົງວັນທີ 27/3/2020 ວ່າດ້ວຍການສະ ເຫຼີມສະ ຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ ຄໍາແນະນໍາກ່ຽວກັບການສະເຫຼີມສະ ຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາຊົນເຜົ່າ. ເຂົ້າຮ່ວມຮັບຟັງ ມີທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດແຂວງ ບໍລິຄໍາໄຊ, ພະແນການ-ອົງການອ້ອມຂ້າງແຂວງ, ຜູ້ຊົງຄຸນວຸດທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ ບໍລິຄໍາໄຊ ໃນວັນທີ 14 ກັນຍາ 2020 ນີ້.

ການລົງເຜີຍແຜ່ຄັ້ງນີ້ ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ອັນດີງາມ ແນ່ໃສ່ເພີ່ມທະວີຄວາມສະເໝີພາບ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນຍົກສູງສະຕິຄວາມເປັນເຈົ້າຕົນເອງ ຈັດຕັ້ງການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ດໍາເນີນຮີດຄອງປະເພນີອື່ນໆ ໃຫ້ເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ວິທີການ, ເວລາ ແລະ ແກ້ໄຂສິ່ງກີດຂວາງໃນສະພາບແວດລ້ອມ ເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນຕໍ່ການພັດທະນາໃນເງື່ອນໄຂປະຈຸບັນ.

ທ່ານ ຮອງປະທານ ສນຊ ຍັງໃຫ້ຮູ້ຕື່ມອີກວ່າ: ການສະເຫຼີມສະຫຼອງວັນບຸນແມ່ນແນ່ໃສ່ອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມກິດຈະກໍາທີ່ເປັນເອກະລັກທາງດ້ານ ຮີດຄອງປະເພນີ ວັດທະນະທໍາ ອັນດີງາມຂອງຊາດ ແລະ ຊົນ ເຜົ່າ; ເອົາໃຈໃສ່ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພໃນໄລຍະເວລາ ກ່ອນ ແລະ ຫຼັງການຈັດຕັ້ງປະຕິບັດ, ເພື່ອໃຫ້ຫຼຸດຜ່ອນການຫຼິ້ນກິນຟູມເຟື້ອຍ. ຄຽງຄູ່ກັນນັ້ນ, ໃຫ້ເພີ່ມທະວີການຕ້ານ ແລະ ສະກັດກັ້ນ ການສ້າງຄອບຄົວ ໃໝ່ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍວາງອອກ. ສ່ວນດ້ານຄວາມເຊື່ອຖື ສາສະໜາຕ່າງໆ ຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນຸນ, ກົດໝາຍ, ໃຫ້ມີລັກສະນະວິທະຍາສາດ. ພ້ອມດຽວກັນນີ້, ໄດ້ມີການປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ເນື້ອໃນສົມບູນ, ເຂົ້າໃຈຕໍ່ວຽກງານດັ່ງກ່າວຢ່າງຈະແຈ້ງ ແລະ ເລິກເຊິ່ງ.

ໃນໂອກາດນີ້, ໄດ້ຮັບຟັງການເຜີຍແຜ່ມະຕິ 108 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ຈາກ ທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດແຂວງ ບໍລິຄໍາໄຊ ຕື່ມອີກ

info@lfnd.org.la | 021 213754 | (856-21) 453191