ໂດຍປະຕິບັດຕາມ ຄໍາແນະນໍາ ສະບັບເລກທີ 047/ຄປຈ, ລົງວັນທີ 27/3/2020 ວ່າດ້ວຍການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ ໃນວັນທີ 14 ກໍລະກົດ 2020 ນີ້, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ລົງເຜີຍແຜ່ ຄໍາແນະນໍາກ່ຽວກັບການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາຊົນເຜົ່າ ຢູ່ກູ່ມບ້ານຫາດກ້ຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກແນວລາວສ້າງຊາດນະຄອນຫຼວງວຽງຈັນ, ແນວລາວສ້າງຊາດເມືອງໄຊທານີ, ຄະນະພັກກູ່ມບ້ານຫາດກ້ຽງ, ນາຍບ້ານໆຫາດກ້ຽງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມທັງໝົດ 70 ກວ່າຄົນ ທີ່ວັດບ້ານຫາດກ້ຽງ.
ເພື່ອເປັນອະນຸລັກ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ອັນດີງາມ ແນໃສ່ເພີ່ມທະວີຄວາມສະເໝີພາບ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນຍົກສູງສະຕິຄວາມເປັນເຈົ້າຕົນເອງ ຈັດຕັ້ງການສະເຫຼີມສະຫຼອງວັນບຸນຕ່າງໆ ແລະ ດໍາເນີນຮີດຄອງປະເພນີອື່ນໆ ໃຫ້ເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ວິທີການ, ເວລາ ແລະ ແກ້ໄຂສິ່ງກີດຂວາງໃນສະພາບແວດລ້ອມ ເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນຕໍ່ການພັດທະນາໃນເງື່ອນໄຂປະຈຸບັນ.
ການສະເຫຼີມສະຫຼອງວັນບຸນແມ່ນແນໃສ່ອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມກິດຈະກໍາທີ່ເປັນເອກະລັກທາງດ້ານ ຮີດຄອງປະເພນີ ວັດທະນະທໍາ ອັນດີງາມຂອງຊາດ ແລະ ຊົນເຜົ່າ; ເອົາໃຈໃສ່ປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພໃນໄລຍະເວລາ ກ່ອນ ແລະ ຫຼັງການຈັດຕັ້ງປະຕິບັດ, ເພື່ອໃຫ້ຫຼຸດຜ່ອນການຫຼິ້ນກິນຟູມເຟື້ອຍ ພ້ອມກັນນີ້, ໃຫ້ເພີ່ມທະວີການຕ້ານ ແລະ ສະກັດກັ້ນການສ້າງຄອບຄົວໃໝ່ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍວາງອອກ. ສ່ວນດ້ານຄວາມເຊື່ອຖື ສາສະໜາຕ່າງໆ ຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນຸນ, ກົດໝາຍ, ໃຫ້ມີລັກສະນະວິທະຍາສາດ.