ໃນລະຫວ່າງ ວັນທີ 12-13 ພະຈິກ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ເອກະສານຄວາມຮູ້ພື້ນຖານກ່ຽວກັບຫຼັກຄໍາສອນຂອງພຸດທະສາສະໜາ ແລະ ສາສະໜາຕ່າງໆ ເປັນປະທານໂດຍທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສນຊ, ເປັນກຽດເຂົ້າຮ່ວມມີທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານ ສນຊ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງພາຍໃນ, ສູນກາງແນວລາວສ້າງຊາດ, ບັນດາສາສະໜາ, ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານສາສະໜາ ສນຊ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ 6 ເອກະສານຄື: ພຣະພຸດທະສາສະໜາເບື້ອງຕົ້ນ, ຕົ້ນກໍາເນີດຂອງສາສະໜາ ກຣິສ (ໂຣມັນ ກາໂທລິກ), ສາສະໜາບາຮາຍ, ຄຣິດຕະຈັກຄະນະວັນເສົາ ສປປ ລາວ, ເນື້ອຄວາມສາສະໜາອີສລາມ ແລະ ໜ້າທີ່ພື້ນຖານຕາມທີ່ຂຽນໄວ້ໃນທໍາມະນູນ ແລະ ປະຫວັດຫຍໍ້ຄວາມເປັນມາຂອງສາສະໜາຄຣິສຕຽນ ຂ່າວປະເສີດ ສປປ ລາວ.
ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເໜັ້ນບາງເນື້ອໃນວ່າ: ພັກ-ລັດ ເຄົາລົບສິດເສລີພາບໃນການເຊື່ອຖື ແລະ ບໍ່ເຊື່ອຖືຂອງພົນລະເມືອງລາວທຸກຄົນ ເຊິ່ງໄດ້ລະບຸໃນລັດຖະທໍາມະນູນແລ້ວ ຖືວ່າ ທຸກສາສະໜາລ້ວນແຕ່ສອນໃຫ້ຄົນເປັນຄົນດີ, ຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນກໍາລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ການຈັດຕັ້ງການເຄື່ອນໄຫວຂອງທຸກສາສະໜາຕ້ອງປະຕິບັດຕາມລັດຖະທໍາມະນູນ, ຕາມກົດໝາຍ ແລະ ປະຕິບັດຕາມທໍາມະນູນຂອງຕົນ ຕາມຫຼັກທໍາຄໍາສັ່ງສອນຂອງແຕ່ລະສາສະໜາ ໂດຍສະເພາະແມ່ນອີງໃສ່ດໍາລັດ 315/ນຍ. ພ້ອມກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ບັນດາການນໍາສາສະໜາຕ່າງໆເອົາໃຈໃສ່ລົງໃກ້ສິດຕິດແທດກວດກາການຈັດຕັ້ງຂັ້ນລຸ່ມຂອງຕົນ ໂດຍສະເພາະແມ່ນຂັ້ນທ້ອງຖິ່ນ ໂດຍໃຫ້ສົມທົບກັບອໍານາດການປົກຄອງໃຫ້ມີຄວາມເອກະພາບກັນ.