ສູນກາງແນວລາວສ້າງຊາດ

Lao Front For National Development

ເຜີຍແຜ່ເອກະສານວຽກງານສາສະໜາ ຢູ່ແຂວງຫົວພັນ

ໃນລະຫວ່າງວັນທີ 27-28 ຕຸລາ 2020 ນີ້, ໄດ້ເຜີຍແຜ່ເອກະສານກ່ຽວກັບວຽກງານສາສະໜາ ຢູ່ແຂວງຫົວພັນ ໂດຍການເປັນປະທານ ຂອງທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຄໍາຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດ ແຂວງຫົວພັນ, ມີພະນັກງານແນວລາວສ້າງຊາດ, ພະແນກການທີ່ກ່ຽວຂ້ອງຂອງແຂວງຫົວພັນ, ແນວລາວສ້າງຊາດບັນດາເມືອງ ແລະ ອົງການຈັດຕັ້ງສາສະໜາ ພາຍໃນ ແຂວງດັ່ງກ່າວ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ເອກະສານ ແລະ ແລກປ່ຽນບົດຮຽນ ໃນ 4 ຫົວຂໍ້ຄື: ສະພາບຈຸດພິເສດ ແລະ ການເຄື່ອນໄຫວຂອງສາສະໜາ ຢູ່ ສປປ ລາວ, ທັດສະນະຂອງພັກ ແລະ ແນວທາງນະໂຍບາຍຂອງລັດ ຕໍ່ການເຊື່ອຖືສາສະໜາ, ເຜີຍແຜ່ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ສະບັບເລກທີ 315/ລບ ແລະ ເຜີຍແຜ່ເອກະສານ ການເພີ່ມທະວີສະຕິລະວັງຕົວຕໍ່ກົນອຸບາຍ ຂອງອິດທິກຳລັງປໍລະປັກ ໃນການສວຍໃຊ້ສາສະໜາ. ພ້ອມກັນນັ້ນ, ໄດ້ມີການປະກອບຄຳຄິດຄຳເຫັນປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກັນຢ່າງກົງໄປກົງມາ ຕໍ່ບັນດາເນື້ອໃນເອກະສານດັ່ງກ່າວ ເຮັດໃຫ້ຜູ້ເຂົ້າຮ່ວມ ສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາເນື້ອໃນເອກະສານ ໄດ້ຢ່າງເລິກເຊິ່ງ.

ໃນກອງປະຊຸມ, ທ່ານ ຮອງປະທານ ສນຊ ໄດ້ມີບາງຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບວຽກງານສາສະໜາ ຂອງແຂວງ, ເມືອງ ຈົ່ງມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ທີ່ສວຍໃຊ້ວຽກງານດັ່ງກ່າວ ເພື່ອແບ່ງແຍກຄວາມສາມັກຄີພາຍໃນ, ເອົາໃຈໃສ່ຢ່າງໃກ້ສິດເພື່ອຕິດຕາມການເຄື່ອນໄຫວສາສະໜາ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ, ເອົາໃຈໃສ່ສຶກສາອົບຮົມບັນດາສາສະໜາຈານ, ນັກບວດ, ນັກສອນສາສະໜາ ຢູ່ໃນກົງຈັກຊ່ວຍວຽກຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ໃຫ້ເອົາໃຈໃສ່ປະສານສົມທົບກັບອົງການຈັດຕັ້ງສາສະໜາ ໃນການເຄື່ອນໄຫວກິດຈະກຳຕ່າງໆ ໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ດຳລັດ 315/ລບ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ.

info@lfnd.org.la | 021 213754 | (856-21) 453191