ວັນທີ 23 ມີຖຸນາ 2021 ນີ້ ແນວລາວສ້າງຊາດແຂວງຜົ້ງສາລີ ໄດ້ຮັບຟັງການເຜີຍແຜ່, ຜັນຂະຫຍາຍມະຕິຜົນສຳເລັດກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດແຂວງ ຄັ້ງທີ່ 2 ສະໄໝທີ່ 7, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ມີຮອງປະທານ, ພະນັກງານ-ລັດຖະກອນ ພາຍໃນອົງການແນວລາວສ້າງຊາດແຂວງ ເຂົ້າຮ່ວມ.
ທ່ານ ທອງສະຫວັນ ທຳມະວົງ ໄດ້ເປັນກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ 7. ຈາກນັ້ນ ທ່ານ ອາໄຊ ລາວລີ ຮອງປະທານຜູ້ປະຈຳການ ແນວລາວສ້າງຊາດແຂວງ ກໍ່ໄດ້ເຜີຍແຜ່ ແຜນດຳເນີນງານຂອງຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ 7 ແລະ ທ່ານ ຈັນທະວົງ ສາວັນໄຊ ໄດ້ເຜີຍແຜ່ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການແນວລາວສ້າງຊາດ ສະໄໝທີ 7, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະກຳມະການ ແນວລາວສ້າງຊາດແຂວງ ໃນໄລຍະ 5 ປີ 2021-2025.
ການເຜີຍແຜ່ຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນອົງການແນວລາວສ້າງຊາດແຂວງ ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.