ກອງປະຊຸມຄົບຄະນະກໍາມະການແນວລາວສ້າງຊາດ ເມືອງຊຽງຮ່ອນ ຄັ້ງທີ 2 ສະໄໝທີ V ໄດ້ເປີດຂື້ນໃນວັນທີ 12 ມີນາ 2021ນີ້ ທີ່ຫໍປະຊຸມຂອງເມືອງ ໂດຍການເປັນປະທານຂອງ ທ່ານ ທອງຂາວ ສຸດຈະລິດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງຊຽງຮ່ອນ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດເມືອງ ແລະ ບ້ານເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ເພັດ ສິລິວັນ ຮອງປະທານແນວລາວສ້າງຊາດເມືອງຊຽງຮ່ອນ ໄດ້ຜ່ານບົດສະຫຼຸບຕີລາຄາວຽກ ວຽກງານຮອບດ້ານ ຂອງຄະນະກຳມະການແນວລາວສ້າງຊາດເມືອງປະຈຳປີ 2020 ແລະ ກໍານົດທິດທາງແຜນການປີ 2021 ເມືອງຊຽງຮ່ອນປະກອບດ້ວຍຫຼາຍຊົນເຜົ່າ ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ທົ່ວເມືອງມີຜົນລະເມືອງທັງໝົດ 34.627 ຄົນ ຍິງ 17.76 ຄົນ ປະກອບມີ 6 ເຜົ່າຄື: ເຜົ່າລາວ, ເຜົ່າລື້, ເຜົ່າຍວນ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າໄປຣ. ໃນໄລຍະຜ່ານມາ ກຳມະການແນວລາວສ້າງຊາດເມືອງ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະ ໄປສຶກອົບຮົມໃຫ້ປະຊາຊົນບັນດາເຜົ່າ ຢ່າງເປັນປົກກະຕິ ຕໍ່ເນື່ອງ ເຮັດໃຫ້ປະຊາຊົນຮັບຮູ້ ແລະ ມີຄວາມເຊືອໜັ້ນຕໍ່ການນຳພາຂອງພັກ-ລັດຂື້ນເທື່ອລະກ່າວ ເຮັດໃຫ້ເຂົ້າເຈົ້າໄດ້ຫັນປ່ຽນວິທີຊີວິດຈາກຮູບແບບການຜະລິດແບບພໍຢູ່ພໍກິນ ກ້າວໄປເຖິງການຜະລິດກາຍເປັນສີນຄ້າໃຫ້ຫຼາຍຂື້ນເຮັດໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂື້ນ ເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວລະດັບ 14,82% ຕໍ່ປີ ພ້ອມນີ້ຍັງໄດ້ລົງເຜີຍແຜ່ມະຕິ 108 /ກມສພ, ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ມາຮອດປະຈຸບັນໄດ້ປະກາດບ້ານສາມັກຄີປອງດອງແລ້ວ 33 ບ້ານ, ມີຄອບຄົວສາມັກຄີປອງດອງ 5,719 ຄອບຄົວ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ການເຄື່ອນໄຫວວຽກງານແນວລາວສ້າງຊາດ ເພື່ອເປັນທິດທາງໃນຕໍ່ໜ້າ.
ຕອນທ້າຍທ່ານ ອິນຕາ ນິ້ມນວນ ຮອງເລຂາພັກເມືອງ ຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກຳມະການແນວລາວສ້າງຊາດທີ່ຍາດໄດ້ຜົນງານໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະແນວ ຈົ່ງພ້ອມກັນ ເພີ່ມທະວີການສ້າງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນໃນແຕ່ລະບ້ານໃຫ້ໜັກແໜ້ນ ເພື່ອເປັນພື້ນຖານໃນການສ້າງໃຫ້ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ໂຄສະນາສຶກສາອົບຮົມ, ປຸກລະດົມ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງທີ່ວາງອອກໃນແຕ່ລະໄລຍະ ໃກ້ສິດຕິດ ແທດກັບພະນັກງານປະຕິວັດອາວຸໂສບໍານານ, ເຈົ້າກົກເຈົ້າເຫຼົ່າ, ຫົວໜ້າຊິງຊາວ ແລະ ຜູ້ຊົງຄຸນວຸດທິສືບຕໍ່ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນພາຍໃນເມືອງ.