ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງ ສື່ມວນຊົນ ຄົບຮອບ 70 ປີ ວັນທີ 13 ສິງຫາ 1950-13 ສິງຫາ 2020 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ສິງຫາ 2020 ຢູ່ທີສະໂສອນ ຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ມໍ ຊົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ວົງສະຫວັນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງນາໝໍ້, ທ່ານ ຫຸມເພັງ ປັນຍາສັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະນັກງານອາວຸໂສ – ບໍານານ, ເຖົ້າແກ່ແນວໂຮມ, ການນຳເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດ 2 ກອງບັນຊາການ ປກຊ – ປກສ ເມືອງນາໝໍ້ ແຂວງອຸດົມໄຊ ເຂົ້າຮ່ວມ.
