ສູນກາງແນວລາວສ້າງຊາດ

Lao Front For National Development

ເມືອງວຽງໄຊ ຖານທີໝັ້ນຂອງການປະຕິວັດລາວ ປະກາດຮັບຮອງ ເປັນເມືອງສາມັກຄີປອງດອງ

ພິທີປະກາດຮັບຮອງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ເປັນເມືອງສາມັກຄີປອງດອງ ເມືອງທີ 2 ຂອງແຂວງຫົວພັນ, ໄດ້ຈັດຂຶ້ນ ໃນວັນທີ 25 ທັນວາ 2020 ເປັນກຽດເຂົ້າຮ່ວມ ແລະ ໂອ້ ລົມຂອງທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ວົງເພັດ  ກຽນສິງຮັກ ຄະນະປະຈຳພັກແຂວງ, ມີທ່ານ ຄຳຜິວ ວົງສະຫວັນ ປະທານແນວລາວສ້າງຊາດ ແຂວງ ຫົວພັນ, ທ່ານ ຄຳ ໂຮມມີໄຊ ເລຂາພັກເມືອງ ເຈົ້າເມືອງວຽງໄຊ, ມີບັນດາທ່ານການນຳຂັ້ນແຂວງ, ເມືອງ, ປະທານ-ຮອງປະທານແນວລາວສ້າງຊາດ ບັນດາເມືອງພາຍໃນແຂວງ, ບັນດາພະແນກການ ແລະ ມວນຊົນບັນດາຊົນເຜົ່າພາຍໃນເມືອງເຂົ້າຮ່ວມ ທີ່ເດີນກິລາເມືອງວຽງໄຊ;

    

ພ້ອມດຽວກັນນີ້, ໄດ້ມີການຈັດງານບຸນປະເພນີຊົນເຜົ່າ ປະຈຳປີ 2020 ໂດຍມີຫຼາຍກິດຈະກຳ ເຊັ່ນ: ພິທີບາສີສູ່ຂັວນ-ອວຍພອນປີໃໝ່ຂອງບັນດາເຜົ່າ, ຊົມການສະແດງສິລະ-ວັດທະນະທຳ ຂອງ 5 ຊົນເຜົ່າ ທີ່ມີພາຍໃນເມືອງວຽງໄຊ ຄື: ຊົນເຜົ່າລາວ, ຊົນເຜົ່າໄຕແດງ, ຊົນເຜົ່າມົ້ງ, ຊົນເຜົ່າອິວມ້ຽນ ແລະ ເຜົ່າກຶມມຸ; ໃນນີ້, ມີການແຂ່ງຂັນກິລາພື້ນເມືອງ ຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191