ໃນວັນທີ 5 ກຸມພາ ປີ 2021 ທີ່ໂຮງຮຽນປະຖົມບ້ານນາກວ້າງ ແນວລາວສ້າງຊາດເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີປະກາດຮັບຮອງເອົາບ້ານນໍ້າກວ້າງ ເປັນບ້ານສາມັກຄີປອງດອງຂອງແນວລາວສ້າງຊາດຂື້ນ, ພາຍໃຕ້ການເປັນປະທານຂອງທ່ານ ຫົງທອງ ບົວລີໄຊ ຄະນະປະຈຳພັກເມືອງ, ກຳມະການແນວລາວສ້າງຊາດແຂວງ ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ພັທ ທອງຈັນ ວົງປະເສີດ ກຳມະການສູນກາງແນວລາວສ້າງຊາດ, ມີບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ, ເລຂາພັກບ້ານ, ເຖົ້າແກ່ແນວໂຮມ, ຜູ່ຊົງຄຸນວຸດທິ, ພະນັກງານອາວຸໂສບຳນານ, ປະຊາຊົນບັນດາເຜົ່າ ພ້ອມດ້ວຍນ້ອງນ້ອຍນັກຮຽນ ທັງໝົດ 464 ທ່ານ, ຍິງ 287 ທ່ານ ເຂົ້າຮ່ວມ.
ບ້ານນໍ້າກວ້າງປະກອບມີ 63 ຫຼັງຄາເຮືອນ, 79 ຄອບຄົວ, ພົນລະເມືອງລວມທັງໝົດ 408 ຄົນ, ຍິງ 213 ຄົນ, ເຊິ່ງສາມາດປະຕິບັດໄດ້ຕາມມາດຕະຖານເງື່ອນໄຂວ່າດ້ວຍການຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງສູນກາງແນວລາວສ້າງຊາດ ໃນນັ້ນມີຈຳນວນ 79 ຄອບຄົວ ເທົ່າກັບ 100% ສາມາດຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ທັງໝົດ, ໃນພິທີອັນມີຄວາມໝາຍຄວາມສຳຄັນ, ແນວລາວສ້າງຊາດເມືອງຮຸນ ໄດ້ຖືໂອກາດນີ້ມອບຫຼຽນລະນຶກ 70 ປີ ຂອງສູນກາງແນວລາວສ້າງຊາດ ໃຫ້ບຸກຄົນທີ່ມີຄຸນງາມຄວາມດີປະກອບສ່ວນວຽກງານແນວລາວສ້າງຊາດໄລຍະຜ່ານມາ ຈໍານວນ 1 ທ່ານ ແລະ ມອບໃບຍ້ອງຍໍຂອງປະທານແນວລາວສ້າງຊາດເມືອງ ຈຳນວນ 6 ທ່ານ.
ໃນພິທີດັ່ງກ່າວນີ້ ທ່ານ ພັທ ທອງຈັນ ວົງປະເສີດ ກຳມະການສູນກາງແນວລາວສ້າງຊາດ, ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດ, ບັນດາມາດຕະຖານເງື່ອນໄຂໃນການສ້າງບ້ານສາມັກຄີປອງດອງ, ການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ, ທີ່ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ນອກນີ້ທ່ານ ຍັງໄດ້ເນັ້ນໃຫ້ເພີ່ມທະວີ: ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຊື່ອຖືຮີດຄອງປະເພນີຂອງບັນດາເຜົ່າ, ການພັດທະນາເສດຖະກິດ-ສັງຄົມ ແລະ ການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ແລະ ຮຽກຮ້ອງມາຍັງປະຊາຊົນ, ອົງການປົກຄອງບ້ານ. ເຖົ້າແກ່ແນວໂຮມຈົ່ງສືບຕໍ່ພ້ອມກັນເຊີດຊູນຳໃຈສາມັກຄີປອງດອງ, ສຶກສາອົບຮົມປະຊາຊົນ ບັນດາເຜົ່າພາຍໃນບ້ານຂອງຕົນໃຫ້ມີຄວາມສາມັກຄີ, ປະຕິບັດຕາມຂໍ້ແຂ່ງຂັນໃຫ້ໄດ້ຮັບຜົນດີ, ພ້ອມກັນປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ສ້າງເສດຖະກິດຄອບຄົວຂອງຕົນໃຫ້ກາຍເປັນຄອບຄົວພົ້ນທຸກເປັນຄອບຄົວພັດທະນາ ແລະ ພ້ອມກັນພັດທະນາເມືອງຮຸນໃຫ້ຈະເລີນກ້າວໜ້າ, ຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດໃຫ້ຢືນຍົງຕະຫຼອດໄປ.