ໃນວັນທີ 28 ກັນຍາ 2020 ນີ້, ແນວລາວສ້າງຊາດເມືອງໜອງແຮດ ແຂວງຊຽງຂວາງ ໄດ້ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ; ໂດຍການເປັນປະທານຂອງທ່ານ ນາງ ຈົວຢ່າງ ຢົ້ວປົວ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມໄດ້ມີທ່ານ ດວງໄຊ ທໍ່ຢ່າບຼົ່ງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ພັທ ຕູ້ຢ່າ ຢົງວ່າ ເລຂາພັກເມືອງ ເຈົ້າເມືອງໆໜອງແຮດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ມີຄະນະກຳມະການແນວລາວສ້າງຊາດເມືອງ, ພະນັກງານອາວຸໂສບຳນານ, ຜູ້ຊົງຄຸນວຸດທິຕະຫຼອດຮອດພະນັກງານວິຊາການແນວລາວສ້າງຊາດ ເມືອງເຂົ້າຮ່ວມ.
ໃນພິທີ ໄດ້ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາ ຂອງເມືອງໜອງແຮດ ຈຳນວນ 157 ທ່ານ.