ສູນກາງແນວລາວສ້າງຊາດ

Lao Front For National Development

ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃນທົ່ວປວງຊົນລາວບັນດາເຜົ່າຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

     ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 73ປີ (13ສິງຫາ 1950-13ສິງຫາ 2023)ນີ້, ສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດນະຄອນຫຼວງ ແລະ ແນວລາວສ້າງຊາດບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນຈັດພິທີ ເປີດບັ້ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂື້ນ ຢູ່ ທີ່ ສູນກາງແນວລາວສ້າງຊາດ, ວັນທີ 10ສິງຫາ 2023ນີ້, ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສິນລະວົງ ຄຸດໄພທຸນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີຄະນະກໍາມະການສູນກາງແນວລາວສ້າງຊາດ ອ້ອມຂ້າງສູນກາງ ແລະ ບັນດາແຂວງເຂົ້າຮ່ວມ ຊ່ອງໜ້າ ແລະ ຜ່ານວີດີໂອທາງໄກ.
     ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຂົງເຂດແນວລາວສ້າງຊາດແມ່ນມີຄວາມສໍາຄັນຫຼາຍ ເຊີ່ງເປັນເນື້ອໃນທີ່ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ແຜນພັດທະນາ 5ປີ ຂອງແນວລາວສ້າງຊາດ ແຕ່ ປີ 2021-2025, ເນື້ອໃນຕົ້ນຕໍຂໍ້ແຂ່ງຂັນປະກອບດ້ວຍ 9 ເນື້ອໃນຄື: ແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກສູນກາງແນວລາວສ້າງຊາດ; ແຂ່ງຂັນພັດທະນາເສດຖະກິດ-ສັງຄົມ 5 ປີ ສະໄໝທີ IX ແລະ 2ວາລະແຫ່ງຊາດ ຂອງລັດຖະບານ; ແຂ່ງຂັນປະຕິບັດ 6ແຜນງານຈຸດສຸມ ຂອງອົງການແນວລາວສ້າງຊາດ ທີ່ກໍານົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ; ແຜນພັດທະນາ 5ປີ ແຕ່2021-2025 ຂອງແນວລາວສ້າງຊາດ; ແຂ່ງຂັນການເສີມສ້າງຄຸນງາມຄວາມດີ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ; ແຂ່ງຂັນປະຕິບັດເນື້ອໃນ 4ຮ່ວມ ຂອງອົງການແນວລາວສ້າງຊາດ; ແຂ່ງຂັນປະຕິບັດເນື້ອໃນການຫັນປ່ຽນ 4 ດ້ານ; ແຂ່ງຂັນປະຕິບັດສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ແຂ່ງຂັນຮ່ວມເປັນເຈົ້າພາບທີ່ດີເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ທີ່ ສປປ ລາວເປັນເຈົ້າພາບ.
     ໃນຕອນທ້າຍ ຂອງພິທີ ທ່ານ ປອ ສິນລະວົງ ຄຸດໄພທຸນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວ, ເຊີ່ງທ່ານຍົກໃຫ້ເຫັນວ່າ: ພິທີເປີດບັ້ນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວຂົງເຂດແນວລາວສ້າງຊາດແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ສະນັ້ນ, ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນໃນຂອບເຂດທົ່ວປະເທດຈະຕ້ອງໄດ້ເພີ່ມທະວີສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີໃນທົ່ວປວງຊົນລາວບັນດາເຜົ່າ, ປຸກລະດົມຂົນຂວາຍປະຊາຊົນ ເຂົ້າຮ່ວມ ທຸກຂະບວນການທີ່ສໍາຄັນ ຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນພ້ອມກັນປະຕິບັດ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ພ້ອມກັນນີ້, ຕ້ອງມີການຕິດຕາມກວດກາ ແລະ ປະເມີນຜົນງານ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນ ເພື່ອເຫັນໄດ້ຜົນງານທີ່ພົ້ນເດັ່ນ ຂອງແຕ່ລະທ່ານ ທີ່ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອມີການຍ້ອງຍໍຕໍ່ບຸກຄົນ, ນິຕິບຸກຄົນທີ່ມີຜົນງານດີເດັ່ນຢູ່ໃນແຕ່ລະໄລຍະໃຫ້ເໝາະສົມ.
     ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73ປີ (13ສິງຫາ 1950-13ສິງຫາ 2023)ນີ້ ທ່ານ ປະທານ ສນຊ ໄດ້ຕາງໜ້າຄະນະພັກ, ຄະນະປະຈໍາ ສູນກາງແນວລາວສ້າງຊາດ ອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ, ກໍາລັງປະກອບອາວຸດ, ພະນັກງານປະຕິວັດອາວຸໂສບໍານານ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີແຕ່ຄວາມສຸກຄວາມຈະເລີນ ພ້ອມກັນອອກແຮງແຂ່ງຂັນສ້າງຂະບວນການຂໍ່ານັບຊົມເຊີຍວັນທີ 13ສິງຫາໃຫ້ເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ.
  
info@lfnd.org.la | 021 213754 | (856-21) 453191