ໃນວັນທີ 15 ພຶດສະພາ 2023 ທີ່ສູນກາງແນວລາວສ້າງຊາດ; ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ Jung Yung Soo ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳຢູ່ ສປປ ລາວ ເນື່ອງໃນໂອກາດທີ່ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່.
ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາພົບປະຢ້ຽມຢາມ ຂອງ Jung Yung Soo; ພ້ອມກັນນີ້, ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນເຖີງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ທ່ານທູດ ໄດ້ຮັບຊາບ.
ທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງໄດ້ລາຍງານກ່ຽວກັບວຽກງານການພັດທະນາພື້ນຖານໂຄງລ່າງ ແລະ ວຽກງານນະໂຍບາຍການພົວພັນຕ່າງປະເທດ ຂອງ ສ.ເກົາຫຼີ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຮັບຊາບວ່າໃນໄລຍະຜ່ານມາການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ສ.ເກົາຫຼີ ແມ່ນໄດ້ມີການພົວພັນຮ່ວມມືວຽກງານຫຼາຍຂະແໜງ ໃນນັ້ນເດັ່ນກວ່າໝູ່ແມ່ນຂະແໜງແຮງງານ ເຊິ່ງ ສ.ເກົາຫຼີ ໄດ້ຮັບເອົາແຮງງານ ຂອງ ສປປ ລາວ ໄປເຮັດວຽກຢູ່ ສ ເກົາຫຼີ ເປັນຈຳນວນຫຼາຍ ແລະ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ປະເທດ ຂອງ ສ ເກົາຫຼີ.
ໂອກາດນີ້ ທາງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບສະຖານທູດ ຂອງ ສ.ເກົາຫຼີ ເປັນຕົ້ນແມ່ນວຽກງານສະມາຄົມ, ມູນນິທິ ແລະ ວຽກງານການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ຕາມເງື່ອນໄຂຄວາມສະດວກ ຂອງສອງອົງການ.
ຂ່າວ: ເຢ
ບກ : ເລົ່າລໍ່