ສູນກາງແນວລາວສ້າງຊາດ

Lao Front For National Development

ແຈ້ງຂ່າວມໍລະນະກໍາ

ສູນກາງແນວລາວສ້າງຊາດ, ກະຊວງ​ການເງິນ ພ້ອມດ້ວຍຄອບຄົວ ອະລິຍະວົງ, ມີໄຊພົນ, ສຸລິຍະໄທ, ວົງໄຊ, ໂຕມາ, ຈັນທະບົວສີ, ທໍາມະວົງ, ພູມສະຫວັນ  ຂໍແຈ້ງຂ່າວເສົ້າສະຫຼົດໃຈ ມາຍັງການຈັດຕັ້ງ, ເພື່ອນມິດສະຫາຍ ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນວ່າ: ທ່ານ ເຫີນ ອະລິຍະວົງ, ອະດີດພະນັກງານບໍານານ ກະຊວງການເງິນ, ອະດີດ​ກໍາມະການສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສະໄໝທີ VI, VII, VIII, IX ແລະ X ໄດ້ເຖິງແກ່ມໍລະນະກຳ ໃນເວລາ 1:00 ໂມງ ຂອງວັນທີ 16 ພະຈິກ 2020 ດ້ວຍພະຍາດຂອງເພິ່ນເອງ ລວມອາຍຸ 87 ປີ. ​

ປັດຈຸບັນ ສົບຂອງເພີ່ນໄດ້ຕັ້ງບຳເພັນກຸສົນ ຢູ່ທີ່ເຮືອນຂອງເພີ່ນເອງ ບ້ານສີຖານເໜືອ,  ໜ່ວຍ 15 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

– ວັນຊາປະນາກິດສົບ ຈະໄດ້ຈັດຂື້ນໃນວັນພະຫັດ, ວັນທີ 19 ພະຈິກ 2020 ທີ່ວັດ​ເທບ​ນິມິດ (​ທາດ​ຝຸ່ນ) ໃນເວລາ 13:00 ໂມງ.

– ວັນເສົາ, ວັນທີ 21 ພະຈິກ 2020 ເປັນມື້ເກັບອັດຖິ ແລະ ຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ.

– ວັນທິດ, ວັນທີ 22 ພະຈິກ 2020 ເປັນມື້ຕັກບາດຖວາຍສັງຄະທານ ພຣະສົງ 09 ອົງ.

info@lfnd.org.la | 021 213754 | (856-21) 453191