ສູນກາງແນວລາວສ້າງຊາດ

Lao Front For National Development

ແຈ້ງຂ່າວເສົ້າສະຫຼົດໃຈ

ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ, ແຂວງອຸດົມໄຊ ແລະ ຄອບຄົວລີ້ງນະສອນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະ ນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ: ສະຫາຍ ຄຳຫຼ້າ ລີ້ງນະສອນ  ອະດີດກຳ ມະການສູນກາງພັກ ສະໄໝທີ Ⅸ,  ອະດີດເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ແລະ ອະດີດຮອງປະທານສູນກາງແນວລາວສ້າງຊາດ ພະນັກງານບຳນານ. ພາຍຫຼັງ ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງການຈັດຕັ້ງ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈຶ່ງໄດ້ເສຍຊີວິດໃນເວລາ 03 ໂມງ 07 ນາທີ ຂອງວັນທີ 24 ພຶດສະພາ 2021 ລວມອາຍຸໄດ້ 67 ປີ.

ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ຄຳຫຼ້າ ລີ້ງນະສອນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກ ງານການນຳຂັ້ນສູງຂອງພັກ-ລັດ.

ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ແຂວງອຸດົມໄຊ ໄດ້ຕົກລົງໄຫວ້ອາໄລຢ່າງເປັນທາງການ ເປັນເວລາ 04 ວັນ ນັບແຕ່ວັນທີ 24 ເຖິງວັນທີ 27 ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ເຮືອນຂອງເພີ່ນເອງ ທີ່ບ້ານ ໜອງວຽງຄໍາ ຮ່ອມ 14, ໜ່ວຍ 47, ເມືອງໄຊທານີ ນະຄອນຫລວງວຽງຈັນ. ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 27 ພຶດສະພາ ເວລາ 13 ໂມງ 00 ນາທີ ທີ່ວັດປ່າ ໜອງວຽງຄຳ, ເມືອງໄຊທານີ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.

info@lfnd.org.la | 021 213754 | (856-21) 453191