


ສູນກາງແນວລາວສ້າງຊາດຈັດພິທີປະກາດການຈັດຕັ້ງພະນັກງານຂັ້ນຫົວໜ້າກົມ ໂດຍການເປັນປະທານ ຂອງ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີ ສະຫາຍ ນ. ສີພະຈັນ ນັນທະວົງສາ ຄະນະປະຈຳພັກ ຮອງປະທານຜູ້ຊີ້ ນຳວຽກງານກວດກາສູນກາງແນວລາວສ້າງຊາດ, ມີບັນສະຫາຍຫົວໜ້າກົມ, ຮອງຫົວໜ້າກົມອ້ອມຂ້າງ ສນຊ , ພ້ອມດ້ວຍພະນັກງານພາຍໃນກົມກວດເຂົ້າຮ່ວມ ວັນທີ 10 ຕຸລາ 2023 ທີ່ສູນກາງແນວລາວສ້າງຊາດ. ສະຫາຍ ຄຳຢາດ ຣາຊດາວົງ, ຄະນະປະຈຳ ສນຊ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງ ສະບັບ ເລກທີ 442/ຄລສພ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມກວດກາ ເຊິ່ງໄດ້ແຕ່ຕັ້ງ ສະຫາຍ ນ. ໄຊທິດາ ພົມວິຫານ ເປັນຫົວກົມກວດກາ ສູນກາງແນວລາວສ້າງຊາດ. ສະຫາຍ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ ສະຫາຍ ນ.ໄຊທິດາ ພົມວິຫານ ທີ່ໄດ້ມີຄວາມຝຶກຝົນຫຼໍ່ຫອມ, ສຳເລັດໜ້າທີວຽກງານຕະຫຼອດໄລຍະຜ່ານມາ ແລະ ສະຫາຍ ຮອງເລຂາຄະນະພັກ ໄດ້ເນັ້ນຕື່ມອິກວ່າ: ຕໍ່ໄປນີ້ໃຫ້ສືບຕໍ່ຊີ້ນຳ-ນຳພາ ພະນັກງານພາຍໃນກົມກວດກາ ຈັດຕັ້ງປະຕິບັດວຽກທີ່ຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົວເອງໃນໜ້າທີການເມືອງ ກໍຄືວິຊາສະເພາະ, ຮຽນຮູ້ກົດລະບຽບ-ກົດໝາຍທີ່ກ່ຽວຂ້ອງກັບວຽກງານທີ່ຕົນເອງຮັບຜິດຊອບ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພະນັກງານພາຍໃນກົມ, ປຸກລະດົມຈັດຕັ້ງປະຕິບັດຂໍ້ແຂ່ງຂັນຕ່າງໆ ຂອງ ສນຊ ໃຫ້ມີຜົນສຳເລັດຢ່າງມີປະສິດທິຜົນ ແລະ ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານ ເພື່ອແນໃສ່ເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານກວດກາ ຂອງສູນກາງແນວລາວສ້າງຊາດ ມີຄວາມເຂັ້ມແຂງໃນຕໍ່ໜ້າ.
ພາບ-ຂ່າວ: ເລົ່າລໍ່
ບກ: ສຊ ຈື້ໄຊ