ຕອນເຊົ້າຂອງວັນທີ 22 ທັນວາ 2016 ຢູ່ທີ່ຫ້ອງປະຊຸມຊັ້ນ III ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ອົງການແນວລາວ ສ້າງຊາດນະຄອນຫຼວງວຽງຈັນ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມ ໃຫຍ່ ຄັ້ງທີ X ຜູ້ແທນທົ່ວປະເທດຂອງແນວລາວສ້າງຊາດ.
ໂດຍພາຍໃຕ້ການໃຫ້ກຽດເປັນປະທານເຜີຍແຜ່ຂອງທ່ານ ບຸນທ່ຽງ ຂຸນສີ ກໍາມະການສູນກາງແນວລາວສ້າງຊາດ, ຄະນະປະຈໍາພັກ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ.
ມີບັນດາທ່ານຄະນະກໍາມະການແນວລາວສ້າງຊາດ, ຫົວໜ້າພະແນກ ການ, ອົງການອ້ອມຂ້າງ ຕະຫຼອດຮອດພະນັກງານວິຊາການ ພາຍໃນອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຮັບຟັງ ຈໍານວນ 80 ທ່ານ, ຍິງ 25 ທ່ານ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງກ່ຽວກັບການຕີລາຄາຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ; ການຮັບຮອງເອົາວິໄສທັດ, ແຜນຍຸດທະສາດ, ທິດທາງໜ້າທີ່ ແລະ ວຽກງານຈຸດສຸມ ຂອງແນວລາວສ້າງຊາດ ສະໄໝທີ X. ນອກນັ້ນຍັງໄດ້ ເຊື່ອມຊຶມກ່ຽວກັບກົດລະບຽບ ແລະ ໂຄງການແນວດໍາເນີນງານຂອງແນວລາວສ້າງຊາດ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາໜຶ່ງຕອນ ແລະ ອັດລົງໃນຕອນເຊົ້າຂອງວັນດຽວກັນ