ວັນທີ 17 ກັນຍາ 2020 ນີ້, ກອງປະຊຸມຜູ້ແທນແນວລາວສ້າງຊາດເມືອງປາກອູ ຄັ້ງທີ V ໄດ້ໄຂຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍເປັນປະທານຂອງ ທ່ານ ແກ້ວລາສີ ວັນນະວົງ ຄະນະປະຈໍາພັກເມືອງ ວ່າການປະທານແນວລາວສ້າງຊາດເມືອງປາກອູ, ທ່ານ ເອິງ ລໍສະຫວັນ ກໍາມະການພັກແຂວງ ປະທານແນວລາວສ້າງຊາດ ແຂວງຫຼວງພະບາງ, ທ່ານ ແກ່ນຄໍາ ຄໍາພັນ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຜູ້ຊົງຄຸນວຸດທິ, ພະນັກງານອາວຸໂສບໍານານ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ກໍາມະການແນວລາວສ້າງຊາດເມືອງ ແລະ ແຂກຖືກເຊີນເຂັ້າຮ່ວມ.