ວັນທີ 30 ມິຖຸນາ 2021 ນີ້ ແນວລາວສ້າງຊາດເມືອງຮຸນ ແຂວງອຸດົມໄຊ ໄດ້ເປີດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ທີ່ບ້ານໂພນໄຊ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພົບ ນາມມະວົງ ຮອງປະທານແນວລາວສ້າງຊາດເມືອງຮຸນ ພ້ອມດ້ວຍທີມງານ, ມີອົງການປົກຄອງບ້ານໂພນໄຊ, ຜູ້ຊົງຄຸນວຸດທິ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ພິທີໃນຄັ້ງນີ້ ໄດ້ຈັດຕັ້ງເຊື່ອມຊືມເອກະສານສຳຄັນຄື: ຂໍ້ຕົກລົງເລກທີ 127/ສນຊ ວ່າດ້ວຍມາດຖານຄອບຄົວ ແລະ ບ້ານສາມັກຄີປອງດອງ, ຄຳແນະນຳ ເລກທີ 033/ຄປຈ.ສນຊ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດຂັ້ນເມືອງ ແລະ ເອກະສານສຳຄັນອື່ນໆຈໍານວນໜຶ່ງ.
ການເປີດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນຄັ້ງນີ້ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າພາຍໃນບ້ານ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເຫັນໄດ້ຄວາມສໍາຄັນໃນການຈັດຕັ້ງປະຕິບັດຂະບວນການດັ່ງກ່າວ ແລະ ເພື່ອເຮັດໃຫ້ບ້ານໂພນໄຊ ໄດ້ປະກາດຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃນຕໍ່ໜ້າ.