ກອງປະຊຸມໃຫຍ່ຜ້ແທນແນວລາວສ້າງຊາດແຂວງຄາມ່ວນຄັ້ງທີVIII ໄດ້ໄຂຂຶ້ນໃນວັນທີ 4 ທັນວາ 2020 ທີ່ສະໂມສອນໃຫຍ່ຂອງແຂວງພາຍໃຕ້ຄໍາຂວັນ “ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນລາວຊາວແຂວງຄໍາມ່ວນ,ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ” ໂດຍການເປັນປະທານຂອງທ່ານ ຈັນ ບຸບຜາລີວັນ ກໍາມະການສນກາງແນວລາວສ້າງຊາດ,ປະທານແນວລາວສ້າງຊາດແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ຈັນທະວົງ ແສນອາມາດມົນຕີ,ຮອງປະທານສນກາງແນວລາວສ້າງຊາດ,ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ,ຮັກສາການເຈົ້າແຂວງໆຄໍາມ່ວນ, ມີການນໍາຂັ້ນແຂວງ,ຄະນະກໍາມະການແນວລາວສ້າງຊາດແຂວງ,ອົງການຈັດຕັ້ງມະຫາຊົນ,ພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜ້ແທນແນວລາວສ້າງຊາດແຂວງຄໍາມ່ວນ ຄັ້ງທີVII ທີ່ສະເຫນີໂດຍທ່ານ ຈັນ ບຸບຜາລີວັນ ເປັນຕົ້ນແມ່ນສະພາບກ້ອນກໍາລັງຄວາມສາມັກຄີພາຍໃນແຂວງ, ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນ 5 ປີຜ່ານມາເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງພື້ນຖານ ແລະ ທ່ວງທ່າໃຫມ່ໃຫ້ແກ່ການສືບຕໍ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແຫນ້ນຫນາກໍ່ຄືການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມພາຍໃນແຂວງໃຫ້ໄປຕາມທິດ ແລະ ຈຸດຫມາຍທີ່ວາງໄວ້, ພ້ອມທັງວາງທິດທາງຫນ້າທີ່ ແລະ ວຽກງານຈຸດສຸມທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນ 5 ປີຕໍ່ຫນ້າ ແລະ ໄດ້ຮັບຟັງການປະກອບຄໍາເຫັນຈາກພາກສ່ວນກ່ຽວຂ້ອງກ່ຽວກັບການປະຕິບັດບົດບາດພາຄີ ແລະ ຄູ່ຮ່ວມງານ,ບົດບາດຂອງສະພາປະຊາຊົນແຂວງຕໍ່ອົງການແນວລາວສ້າງຊາດໃນວຽກງານການຕິດຕາມ,ແກ້ໄຂຫາງສຽງສັງຄົມ ແລະ ບົດຮຽນການສ້າງຕັ້ງກອງທຶນຜູ້ອາຍຸສູງຕິດພັນກັບການພັດທະນາດ້ານກະສິກໍາ (ນາໄຮ່ໃຫຍ່), ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະກໍາມະການແນວລາວສ້າງຊາດແຂວງສະໄຫມທີ VII ທີ່ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງຫນ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການສຶກສາອົບຮົມ, ເສີມຂະຫຍາຍມນເຊື້ອ ແລະ ບົດຮຽນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ຮັບຜົນສໍາເລັດສໍາຄັນຫຼາຍດ້ານ.
ກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂ ແລະ ແຈ້ງລາຍຊື່ເປົ້າຫມາຍຊຸດໃຫມ່ເພື່ອສະເຫນີຜູ້ແທນກອງປະຊຸມຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດແຂວງສະໄຫມ ທີVIII ຈານວນ 85 ທ່ານ, ພະສົງ 3 ທ່ານ,ຍິງ11ທ່ານ,ໃນນັ້ນຮັບຮອງເອົາຄະປະຈໍາແນວລາວສ້າງຊາດຈໍານວນ 7 ທ່ານ,ຮັບຮອງເອົາປະທານ ແລະ ຮອງປະທານ 4 ທ່ານຄື:ທ່ານຈັນ ບຸບຜາລີວັນ ເປັນປະທານແນວລາວສ້າງຊາດແຂວງ,ທ່ານ ສຸກກະເສີມ ອຸດອນ,ທ່ານ ນ. ໂພສະນາໂກດມະນີ ແລະ ທ່ານ ພຸດທະວົງ ພົນອາສາ ເປັນຮອງປະທານແນວລາວສ້າງຊາດແຂວງຄໍາມ່ວນຮັບຮອງເອົາປະທານ-ຮອງປະທານກວດກາ 5 ທ່ານປະກອບມີ: ທ່ານສຸກກະເສີມ ອຸດອນເປັນປະທານກວດກາ,ທ່ານນ.ມະນີຄົມພົງເຂັມທອງ,ທ່ານຫົງຄໍາ ໄຊຍະວົງ,ທ່ານຈັນທອນ ອິນສອນ ແລະ ທ່ານກາລະສິນ ເມກສຸວັນເປັນຮອງປະທານກວດກາ. ໂອກາດນີ້້້, ທ່ານຈັນທະວົງ ແສນອາມາດມົນຕີໄດ້້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ, ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະກໍາມະການແນວລາວສ້າງຊາດແຂວງໃນ 5 ປີຜ່ານມາ,ທ່ານໄດ້ຮຽກຮ້ອງໃຫ້ແນວສ້າງຊາດແຕ່ລະຂັ້ນ,ຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃຫມ່ໃຫ້ເອົາໃຈໃສ່ສຶກສາອົບຮົມ,ຂົນຂວາຍ,ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແຫນ້ນຫນາ, ເສີມຂະຫຍາຍກໍາລັງແຮງທົ່ວສັງຄົມໂດຍຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຕາມກົນໄກອີງໃສ່ປະຊາຊົນ,ໃຫ້ປະຊາຊົນໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດແລະ ຕິດຕາມ,ກວດກາ,ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ,ຍົກສູງການສ້າງຄອບຄົວແລະ ບ້ານສາມັກຄີປອງດອງ, ການສ້າງກອງທຶນພັດທະນາ-ກອງທຶນສາມັກຄີຕິດພັນກັບການສ້າງບ້ານພັດທະນາ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງວາງອອກ,ພ້ອມທັງຮຽກຮ້ອງໃຫ້ຜູ້ແທນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ພາຍຫຼັງສໍາເລັດກອງປະຊຸມຈົ່ງນໍາເອົາມະຕິ,ເນື້ອໃນກອງປະຊຸມນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.