ໃນວັນທີ 6-7 ກັນຍາ 2023 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍ່ແກ້ວ. ໄດ້ໄຂກອງປະຊຸມແລກປ່ຽນດ້ານວິຊາການ ກ່ຽວກັບ ວຽກງານຊົນເຜົ່າ ໃຫ້ພະນັກງານແນວລາວສ້າງຊາດ ແຂວງ, ເມືອງ ແລະ ຕົວແທນຊົນເຜົ່າ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ, ທ່ານ ດາລີວັນ ພູສະຫວັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ບໍ່ແກ້ວ. ມີບັນດາ ທ່ານ ຮອງປະທານແນວລາວສ້າງຊາດແຂວງ, ບັນດາ ທ່ານ ປະທານແນວລາວສ້າງຊາດເມືອງ 05 ເມືອງ, ຜູ້ຊົງຄຸນວຸດທິບັນດາເຜົ່າ ທີ່ຕ່າງໜ້າໃຫ້ 13 ຊົນເຜົ່າໃນທົ່ວແຂວງ, ພະນັກງານຫຼັກແຫຼ່ງແນວລາວສ້າງຊາດແຂວງ ບໍ່ແກ້ວ ເຂົ້າຮ່ວມ.
ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ກ່າວຕໍ່ກອງປະຊຸມວ່າ: ປະເທດລາວເປັນປະເທດໜຶ່ງທີ່ມີຫຼາຍຊົນເຜົ່າຢູ່ດ້ວຍກັນ, ເຊິ່ງມາຮອດປັດຈຸບັນມີ 50 ຊົນເຜົ່າ, ໄດ້ຈັດຕາມ 04 ໝວດພາສາຄື: ໝວດພາສາລາວ-ໄຕ, ໜວດພາສາມອນ-ຂະແມ, ໝວດພາສາຈີນ-ຕີເບດ, ໝວດພາສາມົ້ງ-ອິວມຽນ, ຊົນເຜົ່າໃດກໍ່ມີມູນເຊື້ອພິລະອາດຫານ, ມີນໍ້າໃຈຮັກຊາດ, ມີເອກະລັກວັດທະນະທຳອັນດີງາມເປັນຂອງຕົນເອງ, ປະເທດລາວມີຫຼາຍຊົນເຜົ່າປຽບເໝືອນດັ່ງດອກໄມ້ນາໆພັນໃນສວນອຸທິຍານ ອັນພາໃຫ້ມີຫຼາຍຮູບຫຼາຍສີສັນງົດງາມ ແລະ ຫຼາຍກິ່ນຫອມຫວນ, ບັນດາຊົນເຜົ່າຢູ່ປະເທດລາວເຮົາມີຈຸດພົ້ນເດັ່ນ, ມີທັງອັນລວມ ແລະ ອັນສະເພາະຂອງມັນ ທາງດ້ານພື້ນຖານເສດຖະກິດ-ສັງຄົມ ແລະ ວັດທະນະທຳ; ພັກ-ລັດເຮົາ ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດ ແລະ ເອົາໃຈໃສ່ຢ່າງຈົດຈໍ່ ເຊິ່ງສະແດງອອກໃນການ ວາງ ແລະ ບູລະນະແນວທາງນະໂຍບາຍໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະຊົນເຜົ່າຕົວຈິງ ໃນແຕ່ລະໄລຍະຂອງການປະຕິວັດ ເຊິ່ງໃນປີ 1981, ປີ 1992 ແລະ ປີ 2007 ພັກເຮົາໄດ້ມີນະໂຍບາຍລວມ ແລະ ນະໂຍບາຍລະອຽດກ່ຽວກັບເຜົ່າ ເຊິ່ງເຮັດໃຫ້ສິດເສລີພາບທາງດ້ານຈິດໃຈຢູ່ປະເທດເຮົາໄດ້ຮັບການຈັດຕັ້ງປະຕິບັດ, ປະຊາຊົນລາວ ໂດຍບໍ່ໄດ້ຈຳແນກຊົນເຜົ່າ. ສາສະໜາ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ມີຄວາມສາມັກຄີປອງດອງກັນ, ພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງໄດ້ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນກ້າວໆ, ຈາກນັ້ນ ທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງ-ເຄື່ອນໄຫວວຽກງານຊົນເຜົ່າໃນໄລຍະທີ່ຜ່ານມາ ຢູ່ແຂວງບໍ່ແກ້ວ ແລະ ທິດທາງແຜນການການເຄື່ອນໄຫວວຽກງານຊົນເຜົ່າໃນຕໍ່ໜ້າ ເຊິ່ງເພິ່ນໄດ້ຍົກໃຫ້ເຫັນວ່າ: ແນວລາວສ້າງຊາດຂັ້ນຕ່າງໆ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ປຸກລະດົມກຳລັງແຮງທົ່ວປວງຊົນພາຍໃນທ້ອງຖິ່ນ-ຮາກຖານຂອງຕົນ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັດ ແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນໃນສັງຄົມ ສາສະໜາ ແລະ ເພດ-ໄວ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງແມ່ນໜຶ່ງໃນມາດຕະຖານຄອບຄົວ ແລະ ບ້ານ ພັດທະນາຂອງລັດຖະບານ ປັດຈຸບັນໄດ້ປະກາດຮັບຮອງບ້ານສາມັກຄີປອງດອງ 171 ບ້ານເທົ່າກັບ 69% ຂອງຈຳນວນບ້ານໃນທົ່ວແຂວງ. ໃນນີ້ ປີ 2023 ສາມາດປະກາດ ແລະ ຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ຈຳນວນ 12 ບ້ານ ແລະ 1,600 ຄອບຄົວ.
ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້, ຜູ້ເຂົ້າຮ່ວມກໍ່ໄດ້ຕີລາຄາສູງ ແລະ ປະກອບຄຳຄິດຄຳເຫັນຕໍ່ບັນດາເນື້ອໃນຂອງກອງປະຊຸມ ເປັນຕົ້ນແມ່ນບົດສະຫຼຸບຕີລາຄາຄືນຜົນງານການຈັດຕັ້ງປະຕິບັດວຽກງານຊົນເຜົ່າ ໃນໄລຍະທີ່ຜ່ານມາ, ບາງບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ ແລະ ການເພິ່ມທະວີຄວາມສາມັກຄີປອງດອງໃນທົ່ວປວງຊົນລາວບັນດາເຜົ່າ ຢູ່ ສປປ ລາວ.
ຂ່າວ+ພາບ: ແຂວງບໍ່ແກ້ວ
ບກ: ສືເຊັ່ງ ຈື້ໄຊ