ວັນທີ 22 ກຸມພາ 2021 ນີ້ ຢູ່ຫ້ອງປະຊຸມແນວລາວສ້າງຊາດແຂວງ ໄດ້ຈັດພິທີມອບຫຼຽນກາ 70 ປີໃຫ້ພະນັກງານ ແນວລາວສ້າງຊາດແຂວງ, ມີບັນດາທ່ານຮອງປະທານ, ຫົວໜ້າ-ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານເຂົ້າຮ່ວມ.
ການມອບຫຼຽນກາໃນຄັ້ງນີ້ ເພື່ອເປັນການຍ້ອງຍໍຕໍ່ບັນດາພະນັກງານ ແລະ ບຸກຄົນທີ່ມີຜົນງານດິເດັ່ນໃນ ການເຄື່ອນໄຫວວຽກງານໄລຍະຜ່ານມາ ຈໍານວນ 24 ທ່ານ, ຍິງ 8 ທ່ານ ເປັນກຽດມອບຂອງ ທ່ານ ເອິງ ລໍສະຫວັນ ປະທານ ແນວລາວສ້າງຊາດແຂວງຫຼວງພະບາງ.