ວັນທີ 23 ມິຖຸນາ 2021 ທີ່ຫ້ອງວ່າການແຂວງ ໄດ້ມີພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ III ປະຈໍາປີ 2020 ໃຫ້ໜ່ວຍພັກຮາກຖານແນວລາວສ້າງຊາດ ແຂວງເຊກອງ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ນາງ ບຸນຮຽງ ບຸນຈິດ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງເຊກອງ; ມີເລຂາ-ຮອງເລຂາໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ລັດດາວຽງ ພັນທະນາໄລ ຮອງເລຂາໜ່ວຍພັກ, ຮອງປະທານແນວລາວສ້າງຊາດແຂວງ ໄດ້ລາຍງານວ່າ: ໜ່ວຍພັກແນວລາວສ້າງຊາດແຂວງ ມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 3 ສະຫາຍ ແລະ ມີສະມາຊິກພັກທັງໝົດ 16 ສະຫາຍ, ຍິງ 8 ສະຫາຍ, ໃນນີ້ສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ. ໃນປີ 2020 ຜ່ານມາ ຄະນະໜ່ວຍພັກໄດ້ນໍາພາ-ຊີ້ນໍາສະມາຊິກພັກ-ພະນັກງານ ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງເປັນເຈົ້າການ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງຂອງພັກ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ອັນເປັນພື້ນຖານເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໃຫ້ບັນລຸໄດ້ຕາມເປົ້າໝາຍ.
ສະຫາຍ ນາງ ຂວັນໃຈ ສີສຸວົງ ຮອງຫົວໜ້າຂະແໜງກໍ່ສ້າງພັກ, ຄະນະຈັດຕັ້ງແຂວງ. ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 51/ຄຈພຂ, ລົງວັນທີ 17 ກຸມພາ 2021 ວ່າດ້ວຍຮັບຮອງໜ່ວຍພັກຮາກຖານແນວລາວສ້າງຊາດແຂວງເຊກອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2020 ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2021. ພ້ອມກັນນັ້ນ ສະຫາຍ ນາງ ບຸນຮຽງ ບຸນຈິດ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ແລະ ກ່າວຮັບແມ່ນ ສະຫາຍ ນາງ ລັດດາວຽງ ພັນທະນາໄລ.