ແນວລາວສ້າງຊາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ຂອງເມືອງ ນຳໂດຍທ່ານ ນາງ ສຸກສະຫວັນ ວັນໂນລາດ ຮອງປະທານແນວລາວສ້າງຊາດ ເມືອງຈັນທະບູລີ ໄດ້ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ, ທີ່ນະຄອນຫຼວງວຽງຈັນ ໃນວັນທີ 4 ກັນຍາ 2020 ນີ້ ແລະ ບັນລະຍາຍໂດຍທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກປະຫວັດສາດ-ຫໍມູນເຊື້ອ ກົມໂຄສະນາ-ອົບຮົມ ສູນກາງແນວລາວສ້າງຊາດ.
ໃນໂອດັ່ງກ່າວ, ຄະນະໄດ້ວາງກະຕ່າດອກໄມ້ຢູ່ຫໍມູນເຊື້ອ ແລະ ໄດ້ທ່ຽວຊົມຫໍມູນເຊື້ອ ແນວລາວສ້າງຊາດ; ໄດ້ຮັບຟັງການບັນລະຍາຍກ່ຽວກັບປະຫວັດຄວາມເປັນມາ ແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ແລະ ໄດ້ ໄດ້ຮັບຊົມວີດີໂອມູນເຊື້ອຂອງແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍຜ່ານ 3 ໄລຍະຄື: ແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ກໍຄືແນວລາວສ້າງຊາດ ໃນປະຈຸບັນ.