ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການແນວລາວສ້າງຊາດແຂວງ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອລາຍງານຄວາມພ້ອມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດແຂວງ. ໂດຍການເປັນປະທານຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ. ມີບັນດາອານຸກໍາມະການຕ່າງໆ ເຂົ້າຮ່ວມ.
