ເພື່ອເປັນການຜັນຂະຫຍາຍຕາມໂຄງການຮ່ວມມືລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການຊົນເຜົ່າແຫ່ງ ລັດຖະບານ ສສ ຫວຽດນາມ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ໃນວັນທີ 2-3 ກຸມພາ 2021 ນີ້ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງເຊກອງ ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ໄດ້ຈັດຝຶກອົບຮົມວຽກງານຊົນເຜົ່າ ໃຫ້ແນວວລາວສ້າງຊາດ 6 ແຂວງພາກກາງ ແລະ ພາກໃຕ້ ລວມມີ 21 ເມືອງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ມີ ທ່ານ ນ.ບຸນຮຽງ ບຸນຈິດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງເຊກອງ, ມີພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານຊົນເຜົ່າຂອງແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງ 21 ເມືອງ, ພະນັກງານອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວຽກງານຊົນເຜົ່າຂອງແນວລາວສ້າງຊາດ ແມ່ນການສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຂົນ ຂວາຍ ແນ່ໃສ່ເຮັດໃຫ້ບັນດາຊົນເຜົ່າມີຄວາມສາມັກຄີ, ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດ, ເປັນຊົນ ເຜົ່າຂອງຕົນ, ມີຄວາມກະຕືລື້ລົ້ນໃນການພັດທະນາປະເທດຊາດເຊິ່ງເລີ່ມແຕ່ການພັດທະນາຕົນເອງ, ບັນດາການ ເຄື່ອນໄຫວປົກປ້ອງສົ່ງເສີມສິດຜົນປະໂຫຍດຂອງບັນດາຊົນເຜົ່າໃນຂອບເຂດທົ່ວປະເທດ. ໃນນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງກ່ຽວກັບເອກະສານສໍາຄັນຕໍ່ວຽກງານດັ່ງກ່າວລວມມີ 5 ເອກະສານຄື: ທັດສະນະຂອງພັກ ຕໍ່ຊົນ ເຜົ່າ ແລະ ວຽກງານຊົນເຜົ່າຢູ່ປະເທດເຮົາໃນໄລຍະໃໝ່; ປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ລຽບຕາມຊາຍແດນ, ຄວາມຮູ້ພື້ນຖານກ່ຽວກັບວຽກການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຢູ່ ສປປ ລາວ; ຄວາມຮູ້ພື້ນຖານກ່ຽວກັບວຽກງານການປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າໃນໄລຍະໃໝ່; ຄວາມຮູ້ພື້ນຖານກ່ຽວກັບຊົນເຜົ່າວິທະຍາ, ຊື່ເອີ້ນ ແລະ ຈໍານວນຊົນເຜົ່າ ໃນ ສປປ ລາວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄໍາເຜີຍ ບຸດດາວຽງ ຮອງປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ປະເທດຂອງພວກເຮົາມີ 50 ຊົນເຜົ່າ ໄດ້ດໍາລົງຊີວິດຢ່າງສະຫຼັບສັບຊ້ອນກັນໃນບໍລິເວນກວ້າງຕາມເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນທີ່ມີລະດັບພູມມີສາດແຕກຕ່າງກັນ. ແຕ່ເປັນເຂດຍຸດທະສາດທີ່ສໍາຄັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພົວພັນຕ່າງປະເທດ. ພ້ອມດຽວກັນນັ້ນ, ທ່ານ ຮອງປະທານສູນກາງແນວລາວສ້າງຊາດໄດ້ມີຄໍາເຫັນຕື່ມ ເຊິ່ງທ່ານຍັງໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະມັນແມ່ນໜ້າທີ່ ແມ່ນພາລະບົດບາດຂອງອົງການພວກເຮົາ ທັງແມ່ນຄວາມຮັບຜິດຊອບຂອງຄະນະພັກ, ພະນັກງານຫຼັກແຫຼ່ງ, ຜູ້ຊົງຄຸນວຸດທິ, ພະນັກງານປະຕິວັດ, ອົງການປົກຄອງທຸກຂັ້ນ ຕໍ່ການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າເປັນປຶກແຜ່ນ. ຄຽງຄູ່ກັນນັ້ນ, ຕ້ອງມີສະຕິລະວັງຕົວຕໍ່ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີສວຍໃຊ້ວຽກງານຊົນເຜົ່າ ເພື່ອແບ່ງແຍກຄວາມສາມັກຄີໃນສັງຄົມ, ກໍ່ຄືການເຄື່ອນໄຫວປັ່ນປວນ, ທີ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ ແລະ ລະ ບຽບກົດໝາຍ, ແນວທາງນະໂຍບາຍຂອງພັກ ແລະ ລັດ, ສະກັດກັ້ນ ແລະ ຕອບຕ້ານ, ຕີຖອຍກົນອຸບາຍ ຂອງສັດຕູທີ່ສວຍໃຊ້ບັນຫາຊົນເຜົ່າ ເພື່ອມ້າງເພລະບອບໃໝ່ຢ່າງທັນການ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ຕໍ່ການສ້າງພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການຂອງຊົນເຜົ່າຕ່າງໆ, ສືບຕໍ່ສົ່ງເສີມບົດບາດຂອງຜູ້ຊົງຄຸນວຸດທິ ແລະ ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃນການເຂົ້າຮ່ວມຂະບວນການຕ່າງໆທີ່ສຳຄັນຂອງຊາດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ບັນລຸຕາມຄາດໝາຍ ກໍຄືວຽກງານແນວລາວສ້າງຊາດໃຫ້ມີການປ່ຽນແປງໃໝ່ທີ່ຕັ້ງໜ້າ ແລະ ນັບມື້ດີຂຶ້ນເທື່ອລະກ້າວ.