ໃນວັນທີ 2 ກຸມພາ 2021 ນີ້ ທີ່ສະໂມສອນແຂວງເຊກອງ ສູນກາງແນວລາວສ້າງຊາດ ໄດ້ຈັດຝຶກອົບຮົມວຽກງານຊົນເຜົ່າ ໃຫ້ແນວວລາວສ້າງຊາດ 6 ແຂວງພາກກາງ ແລະພາກໃຕ້ ລວມມີ 21 ເມືອງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ໂດຍການເປັນປະທານຂອງ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີ ທ່ານ ນ. ບຸນຮຽງ ບຸນຈິດ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງເຊກອງ, ມີຫົວໜ້າ-ຮອງຫົວໜ້າກົມຊົນເຜົ່າ, ມີສໍານາກອນຈາກແນວລາວສ້າງຊາດແຂວງ ແລະ ເມືອງພ້ອມດ້ວຍພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ຄໍາເຜີຍ ບຸດດາວຽງ ກ່າວວ່າ: ປະເທດຂອງພວກເຮົາມີ 50 ຊົນເຜົ່າ ໄດ້ດໍາລົງຊີວິດ ຢ່າງສະຫຼັບສັບຊ້ອນກັນໃນບໍລິເວນກວ້າງຕາມເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນທີ່ມີລະດັບພູມມີສາດແຕກຕ່າງກັນ. ແຕ່ເປັນເຂດຍຸດທະສາດທີ່ສໍາຄັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານພົວພັນຕ່າງປະເທດ. ຍ້ອນເຫດນີ້ ຄະນະປະຈໍາສູນກາງແນວລາວສ້າງຊາດ ຈຶ່ງໄດ້ມອບໃຫ້ກົມຊົນເຜົ່າເປັນເຈົ້າການຈັດຕັ້ງຝຶກອົບຮົມ ກ່ຽວກັບວຽກງານຊົນເຜົ່າໃຫ້ແກ່ພະນັກງານແນວລາວສ້າງຊາດແຕ່ລະຂັ້ນ ເພື່ອເຊື່ອມຊຶມ, ກໍາແໜ້ນ ແລະສາມາດຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບຊົນເຜົ່າຢ່າງຖືກຕ້ອງ ແລະສອດຄ່ອງກັບສະພາບການຕົວຈິງ ຢູ່ແຕ່ລະທ້ອງຖິ່ນໃນຄວາມຮັບຜິດຊອບຂອງຕົນ.
ຊຶ່ງເນື້ອໃນຝຶກອົບຮົມຄັ້ງນີ້ລວມມີ 5 ເອກະສານຄື: ທັດສະນະຂອງພັກ ຕໍ່ຊົນເຜົ່າ ແລະວຽກງານຊົນເຜົ່າຢູ່ປະເທດເຮົາໃນໄລຍະໃໝ່; ປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະລຽບຕາມຊາຍແດນ, ຄວາມຮູ້ພື້ນຖານກ່ຽວກັບວຽງການໂຄສະນາແນວທາງນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ຢູ່ ສປປ ລາວ; ຄວາມຮູ້ພື້ນຖານກ່ຽວກັບວຽງການປົກປ້ອງສິດ-ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າໃນໄລຍະໃໝ່; ຄວາມຮູ້ພື້ນຖານກ່ຽວກັບຊົນເຜົ່າວິທະຍາ, ຊື່ເອີ້ນ ແລະຈໍານວນຊົນເຜົ່າ ໃນ ສປປ ລາວ.
ໂອກາດນີ້ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຮຽກຮ້ອງນັກສໍາມະນາກອນທຸກຄົນ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການທ່າຍທອດເນື້ອໃນບົດຮຽນ ແລະປະສົບການໃຫ້ສໍາມະນາກອນຢ່າງທົ່ວເຖິງ, ຮັບຜິດຊອບສູງຕໍ່ກັບຂົງເຂດວຽກງານຊົນເຜົ່າ ເພາະວຽກງານຊົນເຜົ່າ ເປັນວຽກງານທີ່ລະອຽດອ່ອນ, ມີຄວາມສຳຄັນ ສະນັ້ນພະນັກງານທີ່ເຮັດວຽກດັ່ງກ່າວ ຕ້ອງໄດ້ກຳແໜ້ນຈຸດພິເສດຂອງແຕ່ລະຊົນເຜົ່າໃຫ້ເລິກເຊິ່ງ.
ການຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາ 3 ວັນ ( 2-4/2/2021) ຈຶ່ງຈະສໍາເລັດ.