ທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໄດ້ລົງພົບປະຢ້ຽມຢາມ ແລະ ອວຍພອນແກ່ນາຍ ແລະ ພົນທະຫານ ກອງຮ້ອຍ 511 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ; ໂອກາດນີ້ຕາງໜ້າອ້າຍນ້ອງນາຍ ແລະ ພົນທະຫານ ກອງຮ້ອຍ 2 ໃຫ້ກຽດຕ້ອນຮັບຄະນະໂດຍ ທ່ານ ຮ້ອຍເອກ ກົງທອງ ສຸດາວົງ ຮອງການເມືອງກອງຮ້ອຍ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານ ຖະໜອມ ທຳທອງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ປຸກລະດົມຊຸກຍູ້ອ້າຍນ້ອງນາຍ ແລະ ພົນທະຫານ ໃຫ້ສືບຕໍ່ເປັນຮົ້ວອັນແຂງແກ່ນຂອງຊາດ, ປະຕິບັດໜ້າທີ່ໃນຄວາມຮັບຜິດຊອບຢ່າງເຂັ້ມງວດ ແລະ ມີຜົນສໍາເລັດຮອບດ້ານ ພ້ອມທັງໄດ້ກ່າວອວຍພອນ ແລະ ມອບເຄື່ອງອຸປະໂພກ ບໍລິໂພກຈໍານວນໜຶ່ງ ລວມມູນຄ່າ 4 ລ້ານກ່ວາກີບ ແລະ ຕາງໜ້າຮັບໂດຍແມ່ນ ພັຕ ບົວສອນ ແກ້ວພິກຸນ ຫົວໜ້າການທະຫານ ກອງຮ້ອຍ 2 ໂດຍມີພະນັກງານ, ອ້າຍນ້ອງນາຍ ແລະ ພົນທະຫານ ເຂົ້າຮ່ວມຢ່າງພ້ອມພຽງ.
ຢູ່ທີ່ກອງຮ້ອຍ 511 ໃນວັນທີ 29 ມັງກອນ 2021 ທີ່ຜ່ານມາ.