ເນື່ອງໃນໂອກາດ ວັນສ້າງຕັ້ງ ປກສ ຄົບຮອບ 60 ປີ ( 5/4/1961-5/4/2021). ຄະນະກົມໂຄສະນາ ສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ພ້ອມດ້ວຍຄະນະ ໄດ້ໄປຖອດຖອນບົດຮຽນວຽກງານສື່ມວນຊົນກັບກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນ ທ່ານ ພັອ ເພິນຄໍາ ແສງດາລາ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໃນວັນທີ 6 ເມສາ 2021 ນີ້ ທີ່ ກົມສື່ມວນຊົນ.
ພ້ອມກັນນີ້, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນທາງດ້ານ ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການສ້າງບຸກຄະລາກອນ ເພື່ອເຮັດໃຫ້ວຽກງານສື່ມວນຊົນ ມີຄຸນນະພາບ ແລະ ທັນສະໄໝ ໂດຍສະເພາະແມ່ນ ສື່ສິ່ງພິມ, ສື່ເອເລັກໂຕຣນິກ ລວມທັງ ຜະລິດຕະພັນສື່ມວນຊົນ ເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບ ແລະ ຮັບປະກັນການປະຕິບັດສິດເສລີພາບ ດ້ານສື່ມວນຊົນຂອງພົນລະເມືອງ ແນໃສ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕາມພາລະບົດບາດ ແລະ ເງື່ອນໄຂຕົວຈິງ.
ໃນໂອກາດນີ້, ຄະນະໄດ້ຢ້ຽມຢາມພຶ້ນຖານໂຄງຮ່າງບັນດາຫ້ອງຜະລິດ, ຫ້ອງອັດ, ຫ້ອງສົ່ງ ລາຍການໂທລະພາບ, ວິທະຍຸ, ກອງບັນນາທິການວາລະສານ-ໜັງສືພິມ ຂອງ ປກສ ເພື່ອເປັນການຖອດຖອນບົດຮຽນຕື່ມອີກ.