ສູນກາງແນວລາວສ້າງຊາດ

Lao Front For National Development

ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢູ່ຈຸດສຸມ 516 ເມືອງ ລ້ອງຊານ ແຂວງ ໄຊສົມບູນ

ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ຢູ່ເຂດຈຸດສຸມ 516 ກຸ້ມບ້ານໂພນສະຫວາດ ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໃນວັນທີ 4 ມິຖຸນາ 2020 ນີ້. ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສຈ ປອ ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ  ມີພາກ ສ່ວນທີ່ກ່ຽວຂ້ອງ ແລະ ຕາງໜ້າພໍ່ແມ່ປະຊາຊົນ 8 ບ້ານ ຂອງເມືອງລ້ອງຊານເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານ ສີວິໄລ ພົມມະຈັກ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ເຊິ່ງໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງສູນການແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ແນວລາວສ້າງຊາດແຂວງ ໄຊສົມບູນ. ໃນປັດຈຸບັນ ໂຄງການດັ່ງກ່າວໄດ້ສຸມໃສ່ປັບປຸງລະບົບໂຄງລາງພື້ນຖານ ໂດຍສະເພາະ ການບຸກເບີກ ແລະ ຂະຫຍາຍເສັ້ນທາງໂຄງການໃຫ້ກວ້າງຂຶ້ນ, ຕິດຕັ້ງໄຟຟ້າແຮງກາງເຂົ້າໂຄງການເພີ່ມ, ໄດ້ມີການສ້າງສະໝາມເດັກຫລິ້ນ, ຈົກໜອງປາ, ເຈາະນໍ້າບານດານ 5​ ບໍ ແລະ ເຮັດຝາຍກັ້ນນໍ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການປັບປຸງ ແລະ ຂະຫຍາຍພື້ນທີ່ໃນການປູກຝັງ-ລ້ຽງສັດ, ສໍາລັບການປູກຝັງແມ່ນໄດ້ປູກໄມ້ໃຫ້ໝາກ ໂດຍແມ່ນ   ໝາກມ່ວງ ໃນເນື້ອທີ 6 ເຮັກຕາ, ໝາກມັງກອນ, ການປູກເຫັດ ແມ່ນໄດ້ສ້າງໂຮງເກັບດອກເຫັດ 4 ​ໂຮງ ພ້ອມທັງໂຮງອັດເບົາເຫັດ 1 ໂຮງ ແລະ ຈໍາໜ່າຍດອກເຫັດອອກສູ່ຕະຫຼາດເປັນປົກກະຕິ, ປູກສາລີ ໃນເນື້ອທີ 2 ໄລ່ ແລະ ຍັງໄດ້ປັບປຸງສວນກ້າເບ້ຍໄມ້ໃຫ້ໝາກ ແລະ ສວນກ້າເຫົ້ງາມັງກອນ ໄດ້ສ້າງເຮືອນໝາກແຕງ ແຄນຕາລູບ ໃນເນື້ອທີ່ 6 ​ເຮັກຕາ ແລະ ປູກຫຍ້າໃຫ້ສັດ ເຊິ່ງມີຫຍ້າ ລູຊີ ໃນເນື້ອທີ 6 ເຮັກຕາ, ຫຍ້າເບນຽຍພັນປາກຊ່ອງ 3 ໄລ່. ສໍາລັບວຽກງານລ້ຽງສັດ ແມ່ນໄດ້ກໍສ້າງໂຮງເຮືອນງົວນົມ ພ້ອມທັງປັບປຸງຮົ້ວຟາມງົວນົມ, ປັບປຸງຄອກໝູ, ແບ້, ໄກ່ ແລະ ເປັດຕື່ມອີກ.

ຕໍ່ບັນດາຜົນສໍາເລັດດັ່ງກ່າວ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງເມືອງ, ບ້ານ ແລະ ໂຄງການດັ່ງກ່າວທີ່ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີໃບໜ້າໃໝ່ ໂດຍສະ ເພາະແມ່ນການພັດທະນາໂຄງລາງພື້ນຖານ ແລະ ການຊອກຫາທ່າແຮງບົ່ມຊ້ອນ ໂດຍມີການຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນເຮັດການຜະລິດ ເພື່ອມາຜະລິດເປັນສິນຄ້າເພີ່ມມູນຄ່າ ແລະ ສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ມີລາຍຮັບຢ່າງຕໍ່ເນື່ອງ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທ່ານປະທານ ສນຊ ໄດ້ມີຄໍາເຫັນ ແລະ ເນັ້ນໜັກໃຫ້ອົງການປົກຄອງເມືອງລ້ອງຊານສືບຕໍ່ເອົາໃຈ່ໃສ່ໃຫ້ການສະໜັບສະໜູນ ບັນດາກິດຈະກຳຕ່າງໆຂອງໂຄງການ ຕາມພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ອະທິບາຍໃຫ້ປະຊາຊົນໄດ້ຮັບຮູ້ ເຂົ້າໃຈເຖິງຄວາມສໍາຄັນຂອງໂຄງການຢ່າງເລິກເຊິ່ງ; ພ້ອມນັ້ນ, ຄະນະຮັບຜິດຊອບໂຄງການ ກໍຄືກຸ່ມ ບໍລິສັດພົງສະຫວັນ ເຊິ່ງຜ່ານມາເຮັດໄດ້ດີແລ້ວ ໃຫ້ສືບຕໍ່ຈັດຕັ້ງບັນດາກິດຈະ ກຳທີ່ໄດ້ກໍານົດໃນແຜນການນັ້ນ ໂດຍສະເພາະ ການຝຶກອົບຮົມໃຫ້ປະຊາຊົນ 8 ບ້ານ ທາງດ້ານຄວາມຮູ້, ດ້ານເຕັກນິກການປູກ-ການລ້ຽງ, ການສ້າງອາຊີບທີ່ໜັ້ນຄົງ  ແລະ ການສ້າງລາຍຮັບໃຫ້ແກ່ຄອບຄົວ; ຄຽງຄູ່ກັນນັ້ນ ທ່ານ ຍັງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນໃນເຂດພັດທະນາໂພນສະຫວາດ ກໍຄືປະຊາຊົນໃນ 8 ບ້ານ ໃຫ້ເອົາໃຈໃສ່ໃຫ້ຄວາມຮ່ວມມື, ເຂົ້າຮ່ວມພັດທະນາໂຄງການຮ່ວມກັນໃຫ້ດີຂຶ້ນເລື້ອຍໆ.

ຫຼັງຈາກນັ້ນ ທ່ານປະທານ ສນຊ ພ້ອມຄະນະ ໄດ້ປູກຕົ້ນໄມ້, ຢ້ຽມຢາມບັນດາກິດຈະກໍາໃນໂຄງການ ເປັນຕົ້ນ: ການຈົກໜອງປາ, ພື້ນທີ່ປູກຫຍ້າ, ພື້ນທີ່ປູກໄມ້ໃຫ້ໝາກ ແລະ ບັນດາກິດຈະກໍາຕ່າງໆອີກຈໍານວນໜຶ່ງ.

info@lfnd.org.la | 021 213754 | (856-21) 453191