ໂດຍປະຕິບັດຕາມກົດໝາຍວ່າດ້ວຍການເລືອກຕັ້ງ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ກໍຄືຄຳແນະນຳຂອງ ຄະນະກຳມະການເລືອກຕັ້ງ ລະດັບຊາດ ສະບັບເລກທີ 08/ຄລຊ, ລົງວັນທີ 24 ພະຈິກ 2020 ກ່ຽວກັບການໂຄສະນາຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II. ໄດ້ຈັດພິທີໂຮມຊຸມນຸມຂຶ້ນ ໃນວັນທີ 9 ກຸມພາ 2021 ນີ້, ທີ່ຫໍປະຊຸມແຫ່ງຊາດ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງ, ປະທານຄະນະກຳມະການເລືອຕັ້ງ ຂັ້ນນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ທັງເປັນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງ ແລະ ມີບັນດາທ່ານການນຳ ຂອງບັນດາກະຊວງ, ອົງການທຽບເທົ່າ, ຄະນະກໍາມະການເລືອກຕັ້ງ ຂັ້ນນະຄອນຫຼວງວຽງຈັນ ແລະ ການນຳນະຄອນຫຼວງ, ພະນັກງານຫຼັກແຫຼ່ງ, ບັນດາທ່ານ ແຂກທີ່ມີກຽດທີ່ມາຈາກສູນກາງ ແລະ ນະຄອນຫຼວງວຽງຈັນ ທັງໝົດ 100 ພາກສ່ວນ ແລະ ມີຜູ້ເຂົ້າຮ່ວມທັງໝົດ 2000 ກວ່າຄົນ.
ຈຸດປະສົງທີ່ເຕົ້າໂຮມກັນຢູ່ຫໍປະຊຸມແຫ່ງຊາດຄັ້ງນີ້ ເພື່ອເປັນການຈັດຕັ້ງພິທີໂຄສະນາຫາສຽງ ຂອງບັນດາທ່ານຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້, ເຂົ້າໃຈແຈ້ງຕື່ມກ່ຽວກັບທາດແທ້ ຂອງລະບອບການເມືອງໃນລະບອບ ປະຊາຊາທິປະໄຕ ປະຊາຊົນ, ໃຫ້ຜູ້ມີສິດເລືອກຕັ້ງມີຄວາມຮັບຮູ້ເຂົ້າໃຈ ຕໍ່ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງ ສະພາແຫ່ງຊາດ ແລະ ໃຫ້ຜູ້ມີສິດເລືອກຕັ້ງເຫັນໄດ້ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງ ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງຄັ້ງນີ້, ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ.
ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ມີທັງໝົດ 23 ທ່ານ, ຍິງ 6 ທ່ານ ທີ່ເປັນຕົວແທນຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ ທີ່ມາຈາກອົງການຈັດຕັ້ງ ຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕົວແທນຈາກສະຖາບັນການສຶກສາ, ຂົງເຂດເຂດວິສາຫະກິດລັດ ແລະ ເອກະຊົນ ອ້ອມຂ້າງສູງກາງ ແລະ ນະຄອນຫຼວງວຽງຈັນ.