ແຂວງຄຳມ່ວນ ພວມເລັ່ງຈັດຕັ້ງປະຕິບັດວຽກງານ ສັກວັກຊີນກັນໂຄວິດ-19 ໂດຍສຸມໃສ່ວຽກງານໂຄສະນາສຸຂະສຶກສາຜ່ານາຊ່ອງທາງຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຜູ້ຢູ່ໃນເກນອາຍຸ ໄດ້ເຂົ້າຮັບວັກຊີນຢ່າງເປັນຂະບວນ ແນໃສ່ບັນລຸໂຕເລກຄາດໝາຍ 80% ຂຶ້ນໄປ.
ທ່ານ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄຳມ່ວນ ໃຫ້ສຳພາດໃນໂອກາດສື່ມວນຊົນຈາກສູນກາງລົງເຮັດວຽກຢູ່ແຂວງດັ່ງກ່າວເມື່ອບໍ່ດົນຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງຄຳມ່ວນ ສາມາດຈັດຕັ້ງປະຕິບັດວຽກງານສັກວັກຊີນກັນໂຄວິດ-19 ເຂັມທີ 1 ໄດ້ທັງໝົດ 340.900 ກວ່າໂດສ ເທົ່າກັບ 77% ເຂັມ 2 ໄດ້ 312.600 ກວ່າໂດສ ເທົ່າກັບ 71% ແລະ ເຂັມກະຕຸ້ນ ໄດ້ 16%.
ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານສັກວັກຊີນ ທາງສະທາລະຍະສຸກຍັງໄດ້ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາໄປພ້ອມໆກັນ ໂດຍຜ່ານ ໂທລະໂຄ່ງ ແອວຊີດີ ຕູ້ລຳໂພງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ Unicef ມອບໃຫ້ພະແນກສາທາ ລະນະສຸກ ພວກເຮົາ ເພື່ອແຈກຢາຍໃຫ້ຫ້ອງການສາທາລະນະສຸກ ໂຮງໝໍຊຸມຊົນ ໂຮງໝໍນ້ອຍ ຢູ່ບັນດາເມືອງອ້ອມຂ້າງແຂວງ ເພື່ອໂຄສະນາເຜີຍແຜ່ ປຸກລະດົມປະຊາຊົນ ໃຫ້ພ້ອມໃຈກັນເຂົ້າມາຮັບວັກຊີນກັນໂຄວິດ-19 ຜ່ານການ ຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າປະຊາຊົນມີຄວາມຮັບຮູ້ ເຂົ້າໃຈ ແລະ ພ້ອມພຽງກັນ ເຂົ້າມາຮັບວັກຊີນກັນໂຄວິດ-19 ເປັນຈຳນວນຫຼາຍ.
ທ່ານຮອງຫົວໜ້າພະແນກສາທາລະນະສຸກແຂວງຄຳມວນ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ພະແນກສາທາ ລະນະສຸກ ແຂວງຄຳມ່ວນ ໄດ້ປະສານສົມທົບກັບຂະແໜງການຕ່າໆທີ່ກ່ຽວຂ້ອງເປັນຕົ້ນ ພະແນກ ຖວທ ແນວລາວສ້າງຊາດ ນຳໃຊ້ລົດເຄື່ອນທີ່ ເພື່ອໂຄສະນາມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ປຸກລະດົມໃຫ້ປະຊາຊົນ ມາຮັບວັກຊີນກັນໂຄວິດ-19 ຢູ່ໃນຊຸມຊົນໃນ 10 ຕົວເມືອງ ພ້ອມທັງ ໂຄສະນາຜ່ານສື່ທາງວິທະຍຸຂອງແຂວງ ເມືອງ ຜ່ານໂທລະໂຄ່ງຂອງບ້ານ ຜະລິດແຜ່ນປ້າຍໂຄສະນາ (ການໃສ່ຜ້າອັດປາກ-ດັງ ການເວັ້ນໄລຍະຫ່າງ ການລ້າງມື) ແລະ ຜະລິດສະປອດໂຄສະນາກ່ຽວກັບການປ້ອງກັນ ແລະ ການປຸກລະດົມປະຊາຊົນ ມາຮັບການສັກວັກຊີນປ້ອງກັນໂຄວິດ-19 ພ້ອມທັງ ຈັດສົ່ງສື່ໂຄສະ ນາຕ່າງໆ ທີ່ໄດ້ຮັບຈາກສູນສື່ສານໃຫ້ແຕ່ລະເມືອງ ແລະ ເມືອງສົ່ງຕໍ່ໃຫ້ໂຮງໝໍນ້ອຍ ແລະ ບ້ານ.
ສຳລັບການເດີນທາງເຄື່ອນໄຫວຂອງສື່ຈາກສູນກາງຄັ້ງນີ້ ປະກອບມີ ສຳນັກຂ່າວສານປະເທດລາວ ໂທລະພາບ ປກສ ໜັງສືພິມເສດຖະກິດ-ສັງຄົມ ໜັງສືພິມວຽງຈັນໃໝ່ ວິທະຍຸນະຄອນຫຼວງວຽງຈັນ ແລະ ສູນກາງແນວລາວສ້າງ ເຊິ່ງນຳພາໂດຍສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໂດຍການສະໜັບສະໜູນຂອງອົງການ Unicef.