ສູນກາງແນວລາວສ້າງຊາດ

Lao Front For National Development

ໜ່ວຍພັກກົມກວດກາ ສນຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ

ຫນ່ວຍພັກກົມກວດກາ ສູນກາງແນວລາວສ້າງຊາດ  ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມໂດຍການເຜີຍແຜ່ຂອງສະຫາຍ ນ. ສີພະຈັນ ນັນທະວົງສາ ຄະນະພັກ ສນຊ, ຫົວໜ້າກົມກວດກາ, ໃນວັນທີ 24 ມິຖຸນາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ.

ໂອກາດນີ້, ສະຫາຍ ນ. ສີພະຈັນ ນັນທະວົງສາ ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມ ໃນມື້ນີ້, ກໍເພື່ອເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອນຳເອົາມະຕິດັ່ງກ່າວນີ້ ນຳໄປຄົ້ນຄວ້າ ເຮັດແນວໃດໃຫ້ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດ ຊອບຢ່າງມີປະສິດທິຜົນ. ຂະນະດຽວກັນ, ກໍເພື່ອໃຫ້ບັນດາສະມາຊິກພັກ-ພະນັກງານ ພາຍໃນກົມກວດກາ ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານນັບມື້ນັບຂະຫຍາຍຕົວ ແລະ ມີຄຸນນະພາບສູງຂຶ້ນ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແມ່ນເຫດການການເມືອງສຳຄັນປະຫວັດສາດ, ເປັນກອງປະຊຸມແຫ່ງ ການສືບຕໍ່ຍຶດໝັ້ນ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກ ການຂອງພັກເຮົາໃຫ້ເຂົ້າສູ່ລວງເລິກ, ກຳນົດທັດສະນະແຫ່ງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ແນ່ໃສ່ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ແລະ ທັງແມ່ນຂີດໝາຍ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ; ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບແນ່ໃສ່ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງປະຊາຊົນພາຍໃນຊາດ, ເດັດດ່ຽວປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ.

info@lfnd.org.la | 021 213754 | (856-21) 453191