ໃນວັນທີ 1 ກັນຍາ 2021 ນີ້ ທີ່ຫ້ອງປະຊຸມສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ໜ່ວຍພັກກົມສາສະໜາ ສູນກາງແນວລາວສ້າງຊາດ ຈັດພິທີເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນ ຂອງພັກປະຊາຊົນປະຕິວັດລາວ, ໂດຍເປັນກຽດເຜີຍແຜ່ ຂອງສະຫາຍ ຄະນອງລິດ ສີສົມບູນ ເລຂາໜ່ວຍພັກ, ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນກົມເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການເຜີຍແຜ່ 5 ເອກະສານທີ່ສຳຄັນຂອງພັກ ຄື: ຄຳສັ່ງເລກທີ 01/ກມສພ, ລົງວັນທີ 26/7/2021 ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກ ດ້ານເສດຖະກິດ-ການເງິນ; ຄຳສັ່ງເລກທີ 02/ກມສພ, ລົງວັນທີ 26/7/2021 ວ່າດ້ວຍການຕ້ານສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 102/ຄຈສພ, ລົງວັນທີ 24/6/2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI; ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8/7/2021 ແລະ ເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI.
ພິທີຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານລັດຖະກອນ ຂອງກົມສາສະໜາ ສູນກາງແນວລາວສ້າງຊາດ ສາມາດກຳແໜ້ນ ແລະ ເຊື່ອມຊຶມບັນດາເນື້ອໃນທີ່ສຳຄັນຂອງ 5 ເອກະສານທີ່ໄດ້ເຜີຍແຜ່ໃນຄັ້ງນີ້ ໄດ້ຢ່າງເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານແນວລາວສ້າງຊາດ ທີ່ຕົນເອງຮັບຜິດຊອບ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ.
ບ.ກ ໂດຍ: ສຊ ຈື້ໄຊ
ພາບ+ຂ່າວ: ເຢ້ ຢ່າ