ໃນວັນທີ 13 ພະຈິກ 2020 ໜ່ວຍພັກກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມ ປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ໂດຍການເປັນປະທານ ຂອງສະຫາຍ ນາງ ແພງພັນ ບຸບຜາພອນ, ເລຂາໜ່ວຍພັກກົມໂຄສະນາ, ມີສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
