
ໂດຍປະຕິບັດຕາມແຈ້ງການເລກທີ 04/ຄພ.ສນຊ ລົງວັນທີ 27 ສິງຫາ 2021 ໜ່ວຍພັກກົມໂຄສະນາ(ໜພ.ກຄນ) ສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍການເປັນປະທານກອງປະຊຸມໂດຍສະຫາຍ ນາງ ແພງພັນ ບຸບຜາພອນ ເລຂາໜ່ວຍພັກ, ຫົວໜ້າກົມໂຄສະນາ, ມີພະນັກງານ, ສະມາຊິກພັກ ແລະລັດຖະກອນພາຍໃນກົມເຂົ້າຮ່ວມ.

ສະຫາຍ ນາງ ກົງແກ້ວ ທຳມະໂຄດ ຄະນະໜ່ວຍພັກ, ຮອງຫົວໜ້າກົມໂຄສະນາ ໄດ້ເຜີຍແຜ່ເນື້ອໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນເປັນຕົ້ນ: ຈໍານວນໝວດ, ມາດຕາທີ່ເພີ່ມຈາກກົດລະບຽບພັກສະໄໝທີ X, ພັກປະຊາຊົນປະຕິວັດລາວແມ່ນຫຍັງ? ສ້າງຕັ້ງເມື່ອໃດ? ມີຈຸດປະສົງຫຍັງ? ເງື່ອນໄຂການເຂົ້າພັກປະຊາຊົນປະຕິວັດລາວ, 5 ຫລັກການ 3 ທິດນໍາ ໃນການປັບປຸງ ແລະກໍ່ສ້າງຕົນເອງຂອງພັກ, ສິດ, ໜ້າທີ່ ແລະຂໍ້ຫ້າມຂອງສະມາຊິກພັກ, ການຈັດຕັ້ງພັກ ແລະສາຍໃຍການການຈັດຕັ້ງພັກ; ພັກນໍາພາລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະອົງການຈັດຕັ້ງມະຫາຊົນມີແນວໃດ ແລະເນື້ອໃນສໍາຄັນອື່ນທໃນກົດລະບຽບພັກ. ພ້ອມກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄຳແນະນຳ ສະບັບເລກທີ 102/ຄຈສພ, ລົງວັນທີ 24/6/2021 ກ່ຽວກັບການຈັດຕັ້ັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI; ບົດແນະນຳ ສະບັບເລກທີ 194/ຄກສພ, ລົງວັນທີ 8/7/2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະໜ່ວຍພັກ ແລະຄະນະວິໄນຂອງພັກແຕ່ລະຂັ້ນ . ພາຍຫລັງເຜີຍແຜ່ອະທິບາຍນິຕິກໍາແລ້ວ ຜູ້ຮັບຜິດຊອບເອກະສານຍັງໄດ້ສ້າງຄໍາຖາມເຈາະຈີ້້ມ ໂດຍໄດ້ຍົກເອົາບາງເນື້ອໃນຈິດໃຈຕັ້ງເປັນຄຳຖາມ ເພື່ອເປັນການແລກປ່ຽນຄຳຄິດຄຳເຫັນທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງ ໃຫ້ບັນດາສະຫາຍຜູ້ເຂົ້າຮ່ວມໄດ້ຕອບ ເພື່ອສ້າງຄວາມເຂົ້າໃຈໃຫ້ຜູ້ເຂົ້າຮ່ວມໄດ້ດີ ແລະກຳໄດ້ເນື້ອໃນຈິດໃຈທີ່ສໍາຄັນຂອງນິຕິກຳ ເຊິ່ງເຮັດໃຫ້ພິທີເຊື່ອມຊຶມດັ່ງກ່າວໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມີບັນຍາກາດອັນດີ. ໃນໂອກາດດັ່ງກ່າວນີ້ ຍັງໄດ້ຮັບຟັງບັນດາຂໍ້ຕົກລົງທີ່ກ່ຽວຂ້ອງກັບໜ່ວຍພັກກົມໂຄສະນາຕື່ມອີກ.

ຕອນທ້າຍພິທີ ສະຫາຍ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານ ສນຊ ໄດ້ມີຄຳເຫັນ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍໜ່ວຍພັກໃນການກະກຽມບາດກ້າວ, ຂັ້ນຕອນ, ການກຳນົດວາລະໃນການເຊື່ອມຊຶມໄດ້ເປັນລະບົບຢ່າງດີ, ຜູ້ເຂົ້າຮ່ວມຫລາຍສະຫາຍໄດ້ມີສ່ວນຮ່ວມໃນການເຜີຍແຜ່ ແລະແລກປ່ຽນຄໍາເຫັນ ເຊິ່ງເຮັດໃຫ້ການເຜີຍແຜ່ນິຕິກໍາຄັ້ງນີ້ ມີສີສັນບັນຍາກາດດີ ແລະສ້າງສັນ; ສະຫາຍໄດ້ເນັ້ນ
ຕື່ມວ່າ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ກຳໄດ້ເນື້ອໃນຈິດໃຈເລິກເຊິ່ງຕື່ມນັ້ນ ພວກເຮົາທຸກຄົນຕ້ອງໄດ້ໄປອ່ານ, ສຶກສາຄົ້ນຄວ້າເພີ່ມເຕີມອີກ ວ່າຍັງມີຈຸດໃດທີ່ມີຄວາມສົນໃຈ, ຍັງບໍ່ທັນກຳໄດ້. ພ້ອມກັນນັ້ນ ສະຫາຍ ຍັງໄດ້ຕອບຊີ້ແຈງອະທິບາຍຕໍ່ຄໍາຖາມ ແລະຂໍ້ສົນໃຈຈຳນວນໜຶ່ງຂອງຜູ້ເຂົ້າຮ່ວມ ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ.
ຂ່າວ-ພາບ: ແກ້ວອຸດົມ
ບ.ກ: ພ ບຸບຜາ.