ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກ ສນຊ ສະໄໝທີ V

ອານຸກຳມະການໂຄສະນາ ແລະ ຂະບວນການ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກສູນກາງແນວລາວສ້າງຊາດ ສະໄໝທີ V  ໂດຍການເປັນປະທານຂອງທ່ານ ນາງ ແພງພັນ ບຸບຜາພອນ ເລຂາໜ່ວຍພັກ ຫົວໜ້າ ກົມໂຄສະນາ ພ້ອມດ້ວຍບັນດາທ່ານໃນອານຸກຳມະການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ ວັນທີ 6 ກໍລະກົດ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງສູນກາງແນວລາວສ້າງຊາດ.

ກອງປະຊຸມຄັ້ງນີ້, ໄດ້ມີການແຈ້ງໜ້າວຽກຕ່າງໆ ຂອງອານຸກຳມະການໂຄສະນາ-ຂະບວນການ, ໄດ້ກະກຽມຄວາມພ້ອມຂອງແຕ່ລະໜ້າວຽກທີ່ໄດ້ຮັບການມອບໝາຍໃຫ້ແຕ່ລະຄົນຮັບຜິດຊອບເປັນຕົ້ນ: ວຽກຂອງໜ່ວຍງານໂຄສະນາ, ໜ່ວຍງານສື່ມວນຊົນ ແລະ ໜ່ວຍງານຂະບວນການ ເຊິ່ງແຕ່ລະທ່ານໄດ້ຜັດປ່ຽນກັນລາຍງານຄວາມພ້ອມຂອງວຽກງານທີ່ຕົນຮັບຜິດຊອບຕໍ່ປະທານກອງປະຊຸມພ້ອມກັນນັ້ນ ໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ແຕ່ລະວຽກມີຄວາມສົມບູນ.

ໂອກາດນີ້ ທ່ານປະທານກອງປະຊຸມໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາທ່ານໃນອານຸກຳມະການໂຄສະນາ-ຂະບວນການ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ວຽກງານທີ່ຕົນຮັບຜິດຊອບໃຫ້ສູງ, ຍັງມີບັນຫາໃດທີ່ຄວນຈະໄດ້ສືບຕໍ່ປັບປຸງ ກໍ່ໃຫ້ຮີບຮ້ອນເອົາໃຈໃສ່ໃຫ້ມີຄວາມພ້ອມ ແລະ ເພື່ອຮັບປະກັນໃຫ້ວຽກງານກະກຽມກອງປະຊຸມຄັ້ງນີ້ມີຜົນສຳເລັດຕາມລະດັບຄາດໝາຍ.

info@lfnd.org.la | 021 213754 | (856-21) 453191