ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X

ສູນກາງແນວລາວສ້າງຊາດໄດ້ຈັດກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X ຂຶ້ນໃນວັນທີ 9 ທັນວາ ນີ້, ທີ່ ສນຊ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ,   ມີປະທານອົງການພຸດທະສາສະໜາສຳພັນລາວ,ຜູ້ຕາງໜ້າອົງການພາຄີ, ຮອງປະທານ, ຄະນະປະຈໍາ, ກໍາມະການ ສນຊ, ປະທານແນວລາວສ້າງຊາດເມືອງ 148 ເມືອງ, ແຂວງ, ນະຄອນຫຼວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງລາຍງານການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະກຳມະການ ສນຊ ໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ສະເໜີໂດຍ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານ ສນຊ ທ່ານໄດ້ຍົກໃຫ້ເຫັນບາງຜົນງານອັນພົ້ນເດັ່ນ ເຊິ່ງໄລຍະ 1 ປີ ຜ່ານມາ. ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ເປັນປົກກະຕິດ້ວຍຫຼາຍຮູບການທີ່ເໝາະສົມເປັນຕົ້ນແມ່ນການໂອ້ລົມຈັດປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຊາດ, ຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ; ຊີວິດ ແລະ ການເຄື່ອນໄຫວຂອງຜູ້ນຳ, ທ່ຽວຊົມຫໍມູນເຊື້ອແນວລາວສ້າງຊາດ,ແລະ ວຽກງານອື່ນໆ. ເຊິ່ງໄດ້ເຮັດໃຫ້ຖັນ
ແຖວພະນັກງານສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ມີຄວາມສະຫງົບ ມີຄວາມໝັກແໜ້ນທາງດ້ານການເມືອງ ມີສະຕິຕໍການຈັດຕັ້ງ ແລະ ປະຕິບັດວຽກງານ ແລະ ເຂົ້າຮ່ວມຂະບວນການຕ່າງໆດ້ວຍຄວາມຮັບຜິດຊອບສູງ.

ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄຳເຫັນຈາກຜູ້ຕາງໜ້າແນວລາວສ້າງຊາດ ແຂວງສະຫວັນນະເຂດໃນຫົວຂໍ້ ແນວລາວສ້າງຊາດປະກອບສ່ວນ ໃນການຊຸກຍູ້ຂະບວນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງຕິດພັນກັບໂຄງການຮ່ວມມືກັບ ກຸ່ມບໍລິສັດພົງສະຫວັນ ຈຳກັດ; ຮັບຟັງການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງໄຊຍະບູລີ ໃນຫົວຂໍ້ “ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ແຂວງໄຊຍະບູລີ”;  ຮັບຟັງການປະກອບຄໍາເຫັນຂອງແນວລາວສ້າງຊາດເມືອງປາກຊ່ອງແຂວງຈຳປາສັກ ໃນຫົວຂໍ້ “ການປະກອບສ່ວນ
ຂອງແນວລາວສ້າງຊາດເມືອງໃນການຊຸກຍູ້ປະຊາຊົນບັນດາເຜົ່າຜະລິດກາເຟເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ”, ຮັບຟັງການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງຫົວພັນ ໃນຫົວຂໍ້ “ບົດຮຽນໃນການເຄື່ອນໄຫວວຽກງານການທູດປະຊາຊົນຢູ່ແຂວງຫົວພັນ”, ພິທີປະດັບຫຼຽນໄຊແຮງງານໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ ແລະ ສາຂານະຄອນຫຼວງວຽງຈັນ, ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະນະກໍາມະການແນວລາວສ້າງຊາດສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ສນຊ; ຮັບຟັງການຜ່ານຮ່າງກົດລະບຽບຂອງແນວລາວສ້າງຊາດສະໄໝທີ XI ສະບັບປັບປຸງ, ຮັບຟັງການເຜີຍແຜ່ຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 30 ກັນຍາ
2020 ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອໍານາດລັດ”; ຜ່ານຮ່າງຄໍາແນະນໍາຂອງຄະນະກໍາມະການ ສນຊ ວ່າດ້ວຍເປົ້າໝາຍບຸກຄະລາກອນທີ່ເປັນປະທານ,ຮອງປະທານ,ຄະນະປະຈໍາ, ກໍາມະການ, ຄະນະກວດກາຂອງແນວລາວສ້າງຊາດແຂວງ-ນະຄອນຫຼວງ, ເມືອງ-ນະຄອນ ແລະ ບ້ານ.

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X ເປັນກອງປະຊຸມທີ່ເຄັ່ງຮ້ອນ, ຊຶ່ງພວກເຮົາຈະດໍາເນີນໄປໃນລັກສະນະເຜີຍແຜ່, ແນະນໍາການຈັດຕັ້ງປະຕິບັດ, ປຶກສາຫາລື,ແລກປ່ຽນບົດຮຽນ, ຄໍາເຫັນ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານຂອງ ສນຊ ກໍຄືແນວລາວສ້າງຊາດແຕ່ລະຂັ້ນ, ບັນດາເນື້ອໃນທີ່ກ່າວມາຂັ້ນເທິງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍຕໍ່ກັບການຈັດຕັ້ງ

ປະຕິບັດວຽກງານແນວໂຮມຂອງພວກເຮົາໃນຕໍ່ຫນ້າ ໂດຍສະເພາະແມ່ນການປະກອບຄໍາເຫັນຕໍ່ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ສະນັ້ນຂໍຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການປະກອບຄໍາຄິດຄໍາເຫັນຢ່າງຫ້າວຫັນ, ຈິງໃຈ, ກົງໄປກົງມາ, ສ້າງສັນ ແລະ ມີຈຸດສຸມ, ເຈາະຈົງຕໍ່ເນື້ອໃນທີ່ເຫັນວ່າຄວນປັບປຸງເພື່ອເປັນບ່ອນອີງໃນການຊີ້ນໍາ – ນໍາພາ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ເພື່ອເປັນເຂັມຊີ້ທິດເຍື່ອງທາງໃນຕໍ່ໜ້າ. ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 3 ວັນ ຈິງຈະສຳເລັດ.

 

 

 

 

 

 

info@lfnd.org.la | 021 213754 | (856-21) 453191