ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມຄະນະປະຈໍາ ເປີດກວ້າງ

 

ກອງປະຊຸມຄະນະປະຈໍາ ສູນກາງແນວລາວສ້າງຊາດ ເປີດ ກວ້າງຄັ້ງທີ 1 ໄດ້ໄຂຂຶ້ນໃນ ວັນທີ 23 ກຸມພາ 2022 ນີ້, ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະປະຈໍາ ,ບັນດາຮອງປະທານບໍປະຈຳ, ຫົວໜ້າຄະນະທີ່ປຶກວຽກງານ ແນວລາວສ້າງຊາດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ 4 ເອກະສານສໍາຄັນຄື: ບົດສະຫຼຸບການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດ 3 ເດືອນທ້າຍປີ 2021 ແລະ ທິດທາງແຜນການປີ 2022; ແຜນວຽກຈຸດສຸມວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດຂອງແນວລາວສ້າງຊາດ ປີ 2022-2026; ມະຕິວ່າດ້ວຍກອງທືນສາມັກຄີ ແລະ ພັດທະນາຂອງແນວລາວສ້າງຊາດ ແລະ ຜ່ານຄວາມຮູ້ໃໝ່ກ່ຽວກັບ ຮູບແບບການຂຸດຄົ້ນ, ການນໍາໃຊ້ (ການຊື້-ຂາຍ) ເງີນຄຣິບໂຕ ຢູ່ຕ່າງປະເທດ ແລະ ຢູ່ ສປປ ລາວ. ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນດາເອກະສານດັ່ງກ່າວ.

info@lfnd.org.la | 021 213754 | (856-21) 453191