ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມທົບທວນຄືນບັນດາຫນ້າວຽກຂອງແຕ່ລະອະນຸກໍາມະການຫ້າງຫາກະກຽມ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ກອງປະຊຸມຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄຫມທີ x,

ໃນວັນທີ 22 ກໍລະກົດ 2020 ນີ້ ບັນດາອະນຸກໍາມະການຫ້າງຫາກະກຽມ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ກອງປະຊຸມຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄຫມທີ x, ໄດ້ຈັດກອງປະຊຸມທົບທວນຄືນບັນດາຫນ້າວຽກຂອງແຕ່ລະອະນຸກໍາມະການ ພາຍໃຕ້ການເປັນປະທານ ຂອງທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ.ຈຸດປະສົງເພື່ອແນໃສ່ຮັບປະກັນໃນການສະເຫລີມສະຫລອງ 70 ປີ ແນວລາວສ້າງຊາດ ແລະ ກອງປະຊຸມຄົບຄະນະກໍາມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄຫມທີ x ທິ່ຈະໄດ້ໄຂຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 11-13/08/2020 ນີ້.

info@lfnd.org.la | 021 213754 | (856-21) 453191