ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປັບປຸງຄົ້ນຄວ້າວຽກງານຊັ້ນຄົນ ຢູ່ ແຂວງວຽງຈັນ

ກອງປະຊຸມປັບປຸງຄົ້ນຄວ້າວຽກງານຊັ້ນຄົນໄດ້ຈັດຂຶ້ນຢູ່ ເມືອງ ແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 8-11 ມິຖຸນາ 2020 ນີ້ ໂດຍການເປັນປະທານເຂົ້າຮ່ວມຂອງ ທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ທ່ານ ປອ. ຄໍາແປງ ທິບມູນຕາລີ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ມີ ທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ-ສາສະໜາ ກະຊວງພາຍໃນ, ທ່ານ ຮສ.ປອ. ຄໍາມະນີ ສຸລິເດດ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານສູນກາງແນວລາວສ້າງຊາດເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານສະພາບການຄົ້ນຄວ້າຊັ້ນຄົນໃນໄລຍະຜ່ານມາໂດຍຫຍໍ້ ແລະ ນໍາສະເໜີເນື້ອໃນເອກະສານກ່ຽວກັບການຄົ້ນຄວ້າ 5 ຊັ້ນຄົນໃນສັງຄົມລາວ ເຊິ່ງປະກອບມີ 3 ເອກະສານ ຄື: ທິດສະດີພື້ນຖານກ່ຽວກັບການກໍານົດ, ສັບຊ້ອນຊັ້ນຄົນໃນສັງຄົມ, ສະພາບລວມກ່ຽວກັບການສັບ​ຊ້ອນຊັ້ນຄົນ​ໃນບາງປະເທດ, ການສັບ​ຊ້ອນຊັ້ນຄົນໃນສັງຄົມລາວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປັງປຸງບັນດາເນື້ອໃນເອກະສານການສັບຊ້ອນຊັ້ນຄົນໃນສັງຄົມລາວ ໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບຕົວຈິງ, ກອງປະຊຸມຍັງໄດ້ຍົກບັນຫາຂຶ້ນມາສົນທະນາແລກປ່ຽນ, ຜ່ານການປະກອບຄໍາເຫັນຈາກບັນດາຜູ້ເຂົ້າກອງປະຊຸມແມ່ນມີຄວາມເປັນເອກະພາບຢັ້ງຢືນເຫັນດີຕໍ່ກັບການສັບຊ້ອນຊັ້ນຄົນໃນສັງຄົມລາວອອກເປັນ 5 ຊັ້ນຄົນຄື: 1. ຊັ້ນຄົນກໍາມະກອນ; 2 ຊັ້ນຄົນກະສິກອນ; 3 ຊັ້ນຄົນນັກຮຽນຮູ້ປັນຍາຊົນ; 4 ຊັ້ນຄົນຜູ້ຊົງຄຸນວຸດທິ; 5 ຊັ້ນຄົນນັກທຸລະກິດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາກົມຊັ້ນຄົນ-ການຈັດຕັ້ງສັງຄົມ,  ໄດ້ມີຄໍາເຫັນຕໍ່ຄະນະຮັບຜິດຊອບຄົ້ນຄວ້າວຽກງານຊັ້ນຄົນ, ທ່ານ ໄດ້ເນັ້ນໃຫ້ຄະນະວິຊາການຄົ້ນຄວ້າຊັ້ນຄົນໃນສັງຄົມລາວ ສືບຕໍ່ຄົ້ນຄວ້າ, ປັບປຸງເນື້ອໃນເອກະສານການສັບຊ້ອນຊັ້ນຄົນໃນສັງຄົມລາວໃຫ້ລະອຽດຕື່ມ, ເພື່ອລາຍງານຂັ້ນເທິງພິຈາລະນາຮັບຮອງຕາມແຜນການທີ່ໄດ້ກໍານົດໄວ້.

info@lfnd.org.la | 021 213754 | (856-21) 453191