ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລືກັບບໍລິສັດ ເອເຊຍ ປາຊີພິກ ການຄ້າ (ລາວ) ຈໍາກັດ

ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືກັບບໍລິສັດ ເອເຊຍ ປາຊິຟິກ ການຄ້າ (ລາວ) ຈໍາກັດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ມີທ່ານ ອິນນະວົງ ພັນທະນຸລັກ ຜູ້ອໍານວຍການ ບໍລິສັດ ເອເຊຍ ປາຊີຟິກການຄ້າ (ລາວ) ຈໍາກັດ, ທ່ານ ສົມສະຫວັນ ຕາງໜ້າມູນນິທິຮ່ວມພັດທະນາ, ແລະ ພະນັກງານພາຍໃນກົມເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ວັນທີ 17 ສິງຫາ 2020 ນີ້.
ກອງປະຊຸມຄັ້ງນີ້, ທ່ານຫົວໜ້າກົມໄດ້ລາຍງານຫຍໍ້ກ່ຽວກັບພາລະບົດຂອງກົມຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ວຽກງານຂອງແຕ່ລະພະແນກໃຫ້ບໍລິສັດເອເຊຍ ປາຊີຟິກ ການ (ລາວ) ຈໍາກັດ ໄດ້ຮັບຟັງ, ທ່ານຜູ້ອໍານວຍການ ບໍລິສັດ ກໍ່ໄດ້ລາຍງານຈຸດປະສົງທີ່ມາປຶກສາ ໃນຄັ້ງນີ້ເພື່ອຢາກຊຸກຍູ້ສົ່ງເສີມຊາວກະສິກອນ ຜະລິດກະສິກໍາເປັນສິນຄ້າ, ເພື່ອຄໍ້າປະກັນສະບຽງອາຫານຂອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເພື່ອຊ່ວຍປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ມີແຜນສົ່ງອອກຜົນຜະລິດເຂົ້າ ຈໍານວນ 50.000-1.000.000 ໂຕນຕໍ່ປີ ສ້າງລາຍຮັບໃຫ້ແກ່ປະເທດ ກອງປະຊຸມກໍ່ໄດ້ມີການປະກອບຄຳຄິດຄໍາເຫັນແລກປ່ຽນແບບວິຊາການຢ່າງກົງໄປກົງມາ.

info@lfnd.org.la | 021 213754 | (856-21) 453191