ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລືຮ່າງວິໄສທັດ ແລະ ຍຸດທະສາດ ຂອງແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ(ສນຊ) ຈັດກອງປະຊຸມປຶກສາຫາລືໃສ່ຮ່າງວິໄສທັດ 2035 ແລະ  ຍຸດທະສາດ 2030 ຂອງແນວລາວສ້າງຊາດ ຂຶ້ນຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມ ສນຊ ໃນວັນທີ 25 ກັນຍາ 2020, ໂດຍການເປັນປະທານຂອງທ່ານ ຈັນເພັງ ສຸດທິວົງ ຄະນະປະຈຳ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າກົມ, ສູນຝຶກອົບຮົມ ພ້ອມດ້ວຍ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊູມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງບົດວິໄສທັດ 2035 ແລະ ຍຸດທະສາດ 2030 ຂອງແນວລາວສ້າງຊາດ ໂດຍຫຍໍ້. ພ້ອມກັນນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນເພື່ອປະກອບໃສ່ຮ່າງວິໄສທັດດັ່ງກ່າວ ຢ່າງກົງໄປກົງມາ ເພື່ອນຳໄປປັບປຸງແກ້ໄຂ ໃຫ້ເປັນຮ່າງສົມບູນ ເພື່ອລາຍງານ ແລະ ຂໍທິດຊີ້ນຳ ຈາກຄະນະປະຈຳ ສູນກາງແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191